ລັດຖະບານ ຫວຽດນາມ ສືບຕໍ່ຮ່ວມເດີນທາງກັບ PVN

(VOVWORLD) - ຕອນເຊົ້າວັນທີ 12 ມັງກອນ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດີງຢຸງ ກ່າວຄຳເຫັນຊີ້ນຳທີ່ກອງປະຊຸມສະຫລຸບວຽກງານປີ 2017 ແລະ ຜັນຂະຫຍາຍແຜນການປີ 2018 ຂອງກຸ່ມບໍລິສັດນ້ຳມັນອາຍແກັສ ຫວຽດນາມ (PVN). 
ລັດຖະບານ ຫວຽດນາມ ສືບຕໍ່ຮ່ວມເດີນທາງກັບ PVN - ảnh 1 ກອງປະຊຸມສະຫລຸບວຽກງານປີ 2017 ແລະ ຜັນຂະຫຍາຍແຜນການປີ 2018 ຂອງກຸ່ມບໍລິສັດນ້ຳມັນອາຍແກັສ ຫວຽດນາມ (ພາບ: TTXVN)

ທ່ານຮອງນາຍົກລັດຖະມົນຕີເນັ້ນໜັກວ່າ ໃນເງື່ອນໄຂທີ່ປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ ແຕ່ໝູ່ຄະນະຂະແໜງນ້ຳມັນອາຍແກັສ ໄດ້ມານະພະຍາຍາມປະຕິບັດສຳເລັດບັນດາຕົວເລກຄາດໝາຍການຜະລິດເກືອບທັງໝົດ ໂດຍລັດຖະບານມອບໝາຍໃຫ້.

        ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີງຢຸງ ສະເໜີວ່າ ໃນປີ 2018, PVN ຄວນຮັບມືກັບບັນດາຄວາມຫຍຸ້ງຍາກ, ຄວາມສ່ຽງຈາກປັດໄຈພາວະວິໄສ. PVN ສຸມໃສ່ສ້າງໂຄງປະກອບກົງຈັກການຄຸ້ມຄອງຮອບດ້ານຄືນໃໝ່ ນັບແຕ່ບໍລິສັດແມ່ຕະຫລອດຮອດບັນດາຫົວໜ່ວຍສະມາຊິກ ຕາມທິດກະທັດລັດ, ຍົກສູງປະສິດທິຜົນວຽກງານຄຸ້ມຄອງ, ການນຳພາ, ການບໍລິຫານວິສາຫະກິດ; ການສ້າງໂຄງປະກອບການລົງທຶນຄືນໃໝ່, ການບໍລິຫານເພື່ອຕ້ານການຮົ່ວໄຫຼ, ການຟຸມເຟືອຍ ພ້ອມທັງ ຍູ້ແຮງເລື່ອງໝູນໃຊ້ເຕັກໂນໂລຢີ 4.0 ໃນການເຄື່ອນໄຫວຜະລິດດຳເນີນທຸລະກິດ, ຮັບປະກັນການພັດທະນາແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ