ລັດຖະບານ ອັງກິດ ຈະປະກາດທັດສະນະກ່ຽວກັບບັນດາບັນຫາເຈລະຈາພາຍຫລັງ Brexit

(VOVWORLD) - ລັດຖະບານ ອັງກິດ ຈະປະກາດທັດສະນະຂອງຕົນກ່ຽວກັບບັນຫາຊາຍແດນໃນອະນາຄົດໂດຍໄວ ລະຫວ່າງເຂດ ອຽກລັງເໜືອ
ລັດຖະບານ ອັງກິດ ຈະປະກາດທັດສະນະກ່ຽວກັບບັນດາບັນຫາເຈລະຈາພາຍຫລັງ Brexit - ảnh 1 (ພາບປະກອບ)

ຂຶ້ນກັບລາຊະອານາຈັກ ອັງກິດ ແລະ ສາທາລະນະ ອຽກລັງ ພາຍຫລັງທີ່ ອັງກິດ ຖອນອອກຈາກສະພະພາບ ເອີຣົບ (ອີຢູ), ຫຼື ເອີ້ນວ່າ Brexit, ໃນສະພາວະ ອັງກິດ ແລະ ອີຢູ ຈະດຳເນີນການເຈລະຈາຮັບທີ 3 ໃນທ້າຍເດືອນນີ້. ລັດຖະບານ ອັງກິດ ຄາດຄະເນວ່າ ຈະສືບຕໍ່ຮັກສາຄວາມເສລີຈໍລະຈອນສິນຄ້າລະຫວ່າງ ອັງກິດ ແລະ ອີຢູ ຄືປະຈຸບັນ. ສຳລັບບັນຫາກ່ຽວກັບຂໍ້ຕົກລົງຄູ່ຮ່ວມມືໃນອະນາຄົດລະຫວ່າງ ອັງກິດ ແລະ ອີຢູ, ອັງກິດ ຈະປະກາດໃນເດືອນ ຕຸລາ, ໃນນັ້ນ ມີບັນດາຂໍ້ສະເໜີຂອງ ອັງກິດ ກ່ຽວກັບບັນດາຂໍ້ຕົກລົງພາສີໃໝ່ກັບ ອີຢູ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ