ລັດຖະບານ ຮຽກຮ້ອງການສ້າງແຜນການບຳລຸງສ້າງຄູອາຈານມີລະດັບປະລິຍາເອກ

ລັດຖະບານ ຮຽກຮ້ອງການສ້າງແຜນການບຳລຸງສ້າງຄູອາຈານມີລະດັບປະລິຍາເອກ - ảnh 1
ພາບປະກອບ

(vovworld) - ທ່ານ​ຮອງ​ນາຍົກລັດຖະມົນ​ຕີຫວຽດນາມ Nguyen Thien Nhan ຫາ​ກໍ່​ມອບ​ໝາຍ​ໃຫ້​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ສ້າງ​ແຜນການ​ຜັນ​ຂະຫຍາຍ​​​ແຜນ​ຮ່າງ​ບຳລຸງ​ສ້າງ​ຄູອາຈານທີ່​ມີ​ລະດັບ​ປະລິຍາ​ເອກ ​ໃຫ້​ແກ່​ບັນດາ​ມະຫາ​ວິທະ​ຍາ​ໄລ, ວິ​ທະ​ຍາ​ໄລ​ແຕ່​ປີ 2012 ຮອດ 2020, ຍືນ​ສະ​ເໜີ​ຕໍ່​ນາຍົກລັດຖະມົນຕີ​​ໃນ​ເດືອນ 4 ນີ້. ພ້ອມ​ກັນ​ນັ້ນ, ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ສ້າງ​ແຜນ​ການບຳລຸງ​ສ້າງ​ພະນັກງານ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີມີ​ລະດັບ​ປະລິຍາ​ເອກ, ປະລິຍາ​ໂທ, ປະລິ​ຍາ​ຕີ ​ເພື່ອ​ພັ​ດທະນາ​ຜູ້​ໜຸ່ມ​ທີ່ມີ​ຄວາມ​ສາມາດ, ສ້າງ​ຖັນ​ແຖວ​ພະນັກງານ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ ຮັບ​ໃຊ້ການ​ພັດທະນາ​ຂອງ​ປະ​ເທດ​ຊາດ, ຍືນສະ​ເໜີ​ຕໍ່​ນາຍົກລັດຖະມົນຕີ​ໃນ​ເດືອນ 6/2012.

ຂ່າວ/ບົດ​ອື່ນ