ລັດຖະບານກຳປູເຈຍມອບຫລຽນໄຊໃຫ້ແກ່ພະນັກງານການທູດແລະນັກຂ່າວຫວຽດນາມ

(VOVWORLD) -ຕອນເຊົ້າວັນທີ 2 ມັງກອນ ຢູ່ ນະຄອນຫລວງ ພະນົມເປັນ, ກະຊວງຖະແຫລງຂ່າວ ກຳປູເຈຍ ໄດ້ຈັດຕັ້ງພິທີປະດັບຫລຽນໄຊ Saha Metrei ຊື່ງແມ່ນຫລຽນໄຊອັນສູງສົ່ງຂອງລັດຖະບານ ກຳປູເຈຍ ມອບໃຫ້ບັນດາພະນັກງານສະຖານທູດ ແລະ ນັກຂ່າວຫວຽດນາມ ປະຈຳ ກຳປູເຈຍ.
ລັດຖະບານກຳປູເຈຍມອບຫລຽນໄຊໃຫ້ແກ່ພະນັກງານການທູດແລະນັກຂ່າວຫວຽດນາມ - ảnh 1 ພະນັກງານການທູດ ແລະ ນັກຂ່າວ ຫວຽດນາມ ປະຈຳ ກຳປູເຈຍ ທີ່ພິທີມອບຮັບຫລຽນໄຊ

ກ່າວຄຳເຫັນທີ່ພິທີ, ທ່ານ Khiev Kanharith ລັດຖະມົນຕີກະຊວງຖະແຫລງຂ່າວ ກຳປູເຈຍ ຕີລາຄາສູງບົດບາດຂອງສະຖານທູດ ແລະ ບັນດາ ອົງການສື່ມວນຊົນຫວຽດນາມ ປະຈຳ ກຳປູເຈຍ ໃນໄລຍະຜ່ານມາ ໄດ້ມີການປະກອບສ່ວນຫລາຍຢ່າງໃນການສ້າງ ແລະ ພັດທະນານ້ຳໃຈມິດຕະພາບສາມັກຄີລະຫວ່າງປະຊາຊົນສອງປະເທດ.

ໃນຫລາຍປີຜ່ານມາ ສະຖານທູດ ຫວຽດນາມ ແລະ ບັນດາອົງການຜູ້ຕາງຫນ້າສື່ມວນຊົນຂອງຫວຽດນາມ ປະຈຳ ກຳປູເຈຍ ໄດ້ປະຕິບັດບົດບາດເປັນຂົວຕໍ່ໃນການກໍ່ສ້າງ, ເພີ່ມພູນຄູນສ້າງ ແລະ ພັດທະນາການພົວພັນມິດຕະພາບ, ມູນເຊື້ອອັນດີງາມຍາວນານລະຫວ່າງລັດຖະບານ ແລະ ປະຊາຊົນສອງປະເທດ ຫວຽດນາມ ແລະ ກຳປູເຈຍເປັນຢ່າງດີ . 

ຕອບກັບ

ຂ່າວ/ບົດ​ອື່ນ