ລັດຖະບານຊີຣີ ແລະຝ່າຍຄ້ານຊີຣີ ເຈລະຈາກ່ຽວກັບ ການແລກປ່ຽນນັກໂທດ


ລັດຖະບານຊີຣີ ແລະຝ່າຍຄ້ານຊີຣີ ເຈລະຈາກ່ຽວກັບ ການແລກປ່ຽນນັກໂທດ - ảnh 1

(ພາບ: http://citinews.net)

 (vovworld)- ​ຂອງ​ທ່ານ Lakhdar Brahimi ທູດ​ພິ​ເສດ​ຂອງ ສປຊ ​ແລະ ສະຫະພັນ​ອາຣັບກ່ຽວ​ກັບ​ບັນຫາ​ຊີຣີ ​ໃຫ້​ຮູ້​ວ່າ, ວັນ​ທີ 26/1, ຄະນະ​ຜູ້​​ແທນຂອງ​ລັດຖະບານຊີຣີ ​ແລະ ຝ່າຍ​ຄ້ານ​ໄດ້​ດຳ​ເນີນ​ການ​ເຈລະຈາ​ກ່ຽວ​ກັບ​ສຳ​ເນົາ​ເອກະສານ​ນັກ​ໂທດ ​ແລະ ຜູ້​ຫາຍ​ສາບ​ສູນ​ພ້ອມ​ທັງ​ຄວາມ​ສາມາດ​ແລກປ່ຽນ​ນັກ​ໂທດ, ພ້ອມ​ກັນນັ້ນ​ໄດ້​ຕົກລົງ​ຍົກຍ້າຍ​ແມ່ຍິງ ​ແລະ ​ເດັກນ້ອຍ​ອອກ​ຈາກ​ນະຄອນHoms ​ໂດຍ​ທັນທີ. ຄະນະ​ຜູ້​ແທນ​ຝ່າຍ​ຄ້ານ​ຊີຣີ ຮຽກຮ້ອງ​ໃຫ້​ລັດຖະບານ​ຊີຣີ ຈົ່ງ​ປ່ອຍ​ຕົວນັກ​ໂທດເປັນ​ອິດສະຫຼະ​ ​ແລະ ​ເຫັນ​ດີ​ກັບ​ຂໍ້​ສະ​ເໜີ​ຂອງ​ລັດຖະບານ​ຊີຣີ ກ່ຽວ​ກັບ​ການ​ເກັບ​ກຳ​ບັນຊີ​ລາຍ​ຊື່​ບັນດາຜູ້​ຖືກ​ຈັບ​ຕົວ​ຄຸມ​ຂັງ​ຍ້ອນ​ບັນດາ​ກຸ່ມ​ປະກອບ​ອາວຸດ​ທີ່​ເຂົາ​ເຈົ້າມີ​ການ​ພົວພັນ ຫຼື​ພວມ​ຄວບ​ຄຸມ. ອົງການ​ຕິດຕາມ​ກວດກາ​ສິດທິ​ມະນຸດ​ຊີຣີ ຊື່​ງ​ແມ່ນ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ອັນ​ດັບ​ໜຶ່ງ​ຢູ່ປະ​ເທດ​ນີ້ ຄາດ​ວ່າ​ມີ​ຜູ້​ຫາຍ​ສາບ​ສູນ​ເຖິງ 17.000 ຄົນ. ​ໃນ​ຂະນະ​ນັ້ນ, ສປຊ ຄາດ​ວ່າ, ມີ ປຊຊ ຊີຣີ ກ່ວາ 4 ລ້ານ​ຄົນ​ຕ້ອງ​ໄປ​ລົບ​ໄພ​ໃນ​ປີ 2014 ຍ້ອນ​ເສິກ​ກາງ​ເມືອງ​ຢູ່​ປະ​ເທດ​ນີ້./.

ຂ່າວ/ບົດ​ອື່ນ