ລັດຖະບານຊີຣີຖະແຫຼງ ຖອນຕົວອອກຈາກ ສະຫະພັນທະເລເມດີເຕຣາເນ
ວັນທີ 1/12, ລັດຖະບານຊີຣີໄດ້ຖະແຫຼງຈະຖອນຕົວອອກຈາກສະຫະພັນທະເລເມດີເຕຣາເນ ຊື່ງລວມມີ 27 ປະເທດສະມາຊິກສະຫະພາບເອີລົບ ຫລື ອີຢູ ແລະ 16 ປະເທດບ້ານໃກ້ເຮືອນຄຽງ ເພື່ອຕ້ານຄືນບັນດາຄຳສັ່ງລົງໂທດໃໝ່ຈາກອີຢູ. ໂຄສົກກະຊວງການຕ່າງປະເທດຊີຣີຖືວ່າ ອີຢູພວມຈັດວາງບັນດາຄຳສັ່ງລົງໂທດທີ່ບໍ່ເໝາະສົມ, ກໍ່ຜົນສະທ້ອນເຖິງຊີວິດຂອງປະຊາຊົນຊີຣີ ພ້ອມທັງກ່າວປະນາມການກະທຳນີ້ແມ່ນລະເມີດອະທິປະໄຕຢ່າງຮ້າຍແຮງ ແລະແຊກແຊງເຂົ້າວຽກງານພາຍໃນຂອງຊີຣີ. ແລະກໍ່ໃນຖະແຫຼງການປະກາດເມື່ອວັນທີ 1/12, ຊີຣີໃຫ້ຮູ້ວ່າ ຈະຍົກເລິກບັນດາຂໍ້ຕົກລົງການຄ້າເສລີລະຫວ່າງປະເທດນີ້ ກັບຕວກກີທີ່ເຊີ່ງຜົນບັງຄັບໃຊ້ນັບແຕ່ປີ 2007 ແລະພວມພິດຈາລະນາບັນດາມາດຕະການໂຕ້ຕອບຕື່ມອີກເພື່ອ ຄັດຄ້ານເລື່ອງກ່ອນໜ້ານັ້ນລັດຖະບານຕວກກີໄດ້ປິດລ້ອມບັນຊີເງິນຂອງຊີຣີຢູ່ປະເທດນີ້.