ລັດຖະບານຊີຣີຢາກຊອກຫາມາດຕະການການເມືອງຢູ່ກອງປະຊຸມເຊີແນວ

ລັດຖະບານຊີຣີຢາກຊອກຫາມາດຕະການການເມືອງຢູ່ກອງປະຊຸມເຊີແນວ - ảnh 1
ທ່ານປະທານາທິບໍດີ Bashar Al – Assad
(ພາບ: EPA)


(vovworld) –  ຊີຣີຈະ​ສົ່ງ​ຄະນະ​ປະຕິບັດ​ງານ​​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສາກົນ​ກ່ຽວ​ກັບ ຊີຣີ ຄັ້ງ​ທີ 2, ຫຼື​ເອີ້ນ​ວ່າ​ກອງ​ປະຊຸມ ​ເຊີ​ແນວ 2 (ຄາດ​ວ່າ​ຈະ​ດຳ​ເນີນ​ໃນ​ວັນ​ທີ 22/1/2014 ຢູ່ ສະ​ວິດ), ​ເພື່ອ​​ແນ​ໃສ່​ຊອກ​ຫາ​ມາດ​ຕະການ​ກາ​ນ​ເມືອງ​ໃຫ້​ອະນາຄົດ​ຂອງ​ປະ​ເທ​ດນີ້, ​ແຕ່​ວ່າ​ຈະ​ບໍ່​ປຶກສາ​ຫາລື​ກ່ຽວ​ກັບ​ຄວາມ​ສາມາດ​ລາ​ອອກ​ຈາກ​ຕຳ​ແໜ່​ງຂອງ​ປະທານາທິບໍດີ Bashar Al – Assad. ຖະ​ແຫຼ​ງການ​ດັ່ງກ່າວ​​ໂດຍກະຊວງ​ການ​ຕ່າງປະ​ເທດ ຊີຣີ ຍົກ​ອອກ​ມາ​ໃນ​ວັນ​ທີ 27/11. ສຳນັກ​ຂ່າວສານ​ທາງ​ການ ຊີຣີ SANA ຄັດ​ສະ​ເໜີ​ຖະ​ແຫຼ​ງການ​ດັ່ງກ່າວ, ​ໃຫ້​ຮູ້​ວ່າ: ຕາມ​ຄຳ​ສັ່ງ​ຂອງ​ປະທານາທິບໍດີ Bashar Al – Assad ກໍ່​ຄື​ຄວາມ​ຫວັງ​ຂອງ​ປະຊາຊົນ, ດາ​ມາ​ກຸດ ຈະ​ສົ່ງ​ຄະນະ​ຜູ້​ແທນ​​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສັນຕິພາບ ​ເຊີ​ແນວ 2 ຢ່າງ​ເປັນ​ທາງ​ການດ້ວຍ​ບຸລິມະສິດ​ອັນ​ດັບ​ໜຶ່ງ​ແມ່ນ​ລົບ​ລ້າງ​ລັດທິ​ກໍ່​ການ​ຮ້າຍ. ຖະ​ແຫຼ​ງການ​ຢັ້ງຢືນ​ວ່າ: ການ​ເຂົ້າ​ຮ່ວມ​ຂອງ​ລັດຖະບານ ຊີຣີ ຄັ້ງ​ນີ້​ແມ່ນ​ເພື່ອ​​ແນ​ໃສ່​ແກ້​ໄຂ​ວິ​ກິດ​ການ​ຢູ່​ປະ​ເທດ ຕາ​ເວັນ​ອອກ​ກາງ​ນີ້, ຫາກ​ບໍ່​ແມ່ນ​ເພື່ອ​ຕອບ​ສະໜອງ​ຄຳຮຽກຮ້ອງ​ຂອງ​ຝ່າຍ​ຕາ​ເວັນ​ຕົກ​ແມ່ນ​ຢາກ​ໃຫ້​ປະທານາທິບໍດີ Assad ລາ​ອອກ​ຈາກ​ຕຳ​ແໜ່​ງ. ກະຊວງ​ການ​ຕ່າງປະ​ເທດ ຊີຣີ ກໍ່​ຕຳ​ນິຕິ​ຕຽນ​ບັນດາ​ຖະ​ແຫຼ​ງການ​ທີ່​ຖືກ​ຍົກ​ອອກ​ມາ​ກ່ອນ​ນີ້​ຂອງ​ຫຼາຍ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ, ຖື​ວ່າ: ທ່ານ Assad ບໍ່​ຄວນ​ເຂົ້າ​ຮ່ວມ​ວິວັດ​ການ​ມອບ​​ໂອນ​ຢູ່ ຊີຣີ, ພ້ອມ​ທັງ​ຢັ້ງຢືນ​ວ່າ: ປະຊາຊົນ ຊີຣີ ມີ​ສິດ​ຕັດສິນ​ອະນາຄົດ​ ​ແລະ ການ​ນຳ​ຂອງ​ຕົນ.

 


ຂ່າວ/ບົດ​ອື່ນ