ລັດຖະບານຍີ່ປຸ່ນຮັບຮອງເອົາບ້ວງເງິນກະຕຸ້ນເສດຖະກິດມີມູນຄ່າ274ຕື້USD

ລັດຖະບານຍີ່ປຸ່ນຮັບຮອງເອົາບ້ວງເງິນກະຕຸ້ນເສດຖະກິດມີມູນຄ່າ274ຕື້USD - ảnh 1
ກອງ​ປະຊຸມ​ຂອງຄະນະ​ລັດຖະບານ​ຍີ່ປຸຸ່ນ
(ພາ​ບ: ສຳນັກ​ຂ່າວສານ ຫວຽດນາມ)

(vovworld) –  ວັນ​ທີ 2/8, ຄະນະລັດຖະບານຂອງ​ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ​ໄດ້​ຮັບຮອງ​ເອົາ​ນະ​​ໂຍບາຍ​​ເສດຖະກິດ​ໃໝ່​ດ້ວຍ​ບ້ວງ​ກະ​ຕຸ້ນ​ທີ່​ມີ​ມູນ​ຄ່າ​ກ່ວາ 28.000 ຕື້​ເຢນ (​ເທົ່າ​ກັບ 274 ຕື້ USD) ​ເພື່ອ​ແນ​ໃສ່​ເພີ່ມ​ລະດັບ “ການ​ລົງທຶນ​ມຸ່ງ​ໄປ​ເຖິງ​ອະນາຄົດ”. ລັດຖະບານ ຍີ່ປຸ່ນ ຄາດ​ຄະ​ເນວ່າ ດ້ວຍ​ບ້ວງ​ເງິນ​ກະ​ຕຸ້ນ​ດັ້ງ​ກ່າວ, GDP ຂອງ​ປະ​ເທດ​ນີ້​ຈະ​ເພີ່ມ​ຂຶ້ນ 1,3%, ​ໃນ​ສະພາບ​ເສດຖະກິດ​ພາຍ​ໃນ​ປະ​ເທດ​ພວມ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ສະພາບ​ການ​ໃຊ້​ສອຍ, ການ​ລົງທຶນ​ພາກ​ເອກະ​ຊົນ​ພວມ​ຫລຸດ​ລົງ​ຢ່າງ​ແຮງ, ​ເສດຖະກິດ​ໂລກ​ເຕີບ​ໂຕ​ຢ່າງ​ຊັກ​ຊ້າ ​ແລະ ມີ​ຄວາ​ມສ່ຽງ​ຫຼາຍ​ຢ່າງ. ຕາມ​​ແຜນການ​ແລ້ວ, ຈຳນວນ​ເງິນ 10.700 ​ຕຶ້ື້​ເຢນ ​ໃນ​ບ້ວງ​​ເງີ​ນກະ​ຕຸ້ນ​ນີ້​​ແມ່ນ​ຮັບ​ໃຊ້​ການ​ລົງທຶນ​ພື້ນຖານ​ໂຄງ​ລ່າງ, ຄື​ການ​ກໍ່ສ້າງ​ບັນດາ​ເສັ້ນທາງ​ລົດ​ໄຟ​ຄວາມ​ໄວ​ສູງ, ທ່າ​ກ່ຳ​ປັ່ນ​ສຳລັບ​ກ່ຳ​ປັ່ນ​ມີ​ນ້ຳໜັກ​ສູງ ​ແລະ ການ​ລົງທຶນ​ການ​ເງິນ​ເພື່ອ​ຕອບ​ສະໜອງ​ບັນດາ​ບ້ວງ​ເງິນ​ກູ້​ຢຶມດ້ວຍຄ່າ​ດອກ​ເບ້ຍ​ຕ່ຳ​ໃຫ້​ແກ່​ບັນດາ​ໂຄງການ​ພື້ນຖານ​ໂຄງ​ລ່າງ, ຈຳນວນ​ເງິນ 10.700 ຕື້້​ເຢນໜູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ​​ເພື່ອ​ຮັບ​ມື​ກັບ​ຄວາມ​ສ່ຽງ​ດ້ານ​ການ​ເງິນ​ເມື່ອ ອັງກິດ ຖອນ​ອອກ​ຈາກ​ສະຫະພາບ ​ເອີ​ລົບ, ຈຳນວນ​ເງິນ 3.000 ຕື້​ເຢນໜູນ​ຊ່ວຍ​ການ​ຟື້ນ​ຟູ​ບັນດາ​ທ້ອງ​ຖິ່ນ​ຖືກ​ໄພພິບັດ​ທຳ​ມະ​ຊາດ​ໃນ​ນັ້ນ​ມີ​​ Kumamoto ​ແລະ ບັນດາ​​ແຂວງ​ທາງ​ທິດ​ຕາ​ເວັນ​ອອກ​ສ່ຽງ​ເໜືອ​ຂອງ ຍີ່ປຸ່ນ. ຄຽງ​ຄູ່​ກັນ​ນັ້ນ, ຈຳນວນ​ເງິນ 3.500 ຕື້​ເຢນ​ໄດ້​ສະຫງວນ​​ເພື່ອ​ເພີ່ມວັນ​ເວລາ​ສະໜອງ​ເງິນ​ລ້ຽງ​ດູ​ເດັກ, ໜູນ​ຊ່ວຍ​ຜູ້​ມີ​ລາຍ​ຮັບ​ຕ່ຳ ​ແລະ ຈ່າ​ຍ​ທຶນ​ສຶກສາ.


ຂ່າວ/ບົດ​ອື່ນ