ລັດຖະບານຍາມໃດກໍສະຫງວນຄວາມເອົາໃຈໃສ່ພິເສດໃຫ້ແກ່ວຽກງານວາງແຜນຜັງ


ລັດຖະບານຍາມໃດກໍສະຫງວນຄວາມເອົາໃຈໃສ່ພິເສດໃຫ້ແກ່ວຽກງານວາງແຜນຜັງ - ảnh 1
ທ່ານ​ຮອ​ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຈິ້ງ​ດີງ​ຢຸງ ໄດ້​ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ສະ​ເຫຼີມ​ສະຫຼອງ

(vovworld)- ຕອນ​ເຊົ້າ​ວັນ​ທີ 26/11, ຢູ່​ຮ່າ​ໂນ້ຍ, ທ່ານ​ຮອ​ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຈິ້ງ​ດີງ​ຢຸງ ໄດ້​ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ສະ​ເຫຼີມ​ສະຫຼອງ 60 ປີ​ແຫ່ງວັນ​ສ້າງ​ຕັ້ງ​ສະ​ຖາ​ບັນ​ວາງ​ແຜນ​ຜັງ​ຕົວເມືອງ ແລະ ຊົນ​ນະ​ບົດ​ແຫ່ງ​ຊາດ. ນະ​ທີ່ນີ້, ທ່ານ​ຮອ​ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຈິ້ງ​ດີງ​ຢຸງ ຢືນ​ຢັນ​ວາ​່ : ລັດ​ຖະ​ບານ, ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ຕ່າງໆ​ຍາມ​ໃດ​ກໍ​ສະ​ຫງວນ​ຄວາມ​ເອົາ​ໃຈ​ໃສ່​ພິ​ເສດ​ໃຫ້​ແກ່​ວຽກ​ງານວາງ​ແຜນ​ຜັງ​ເມືອງ ແລະ ຖື​ວ່າ ການ​ວາງ​ແຜນ​ຜັງ​ແມ່ນ​ຕ້ອງ​ໄປ​ກ່ອນ​ບາດ​ກ້າວ​ໜຶ່ງ, ສວມ​ບົດ​ບາດ​ກຳ​ນົດ​ທິດ, ຊັກ​ຈ​ູງ​ຂະ​ບວນ​ວິ​ວັດ​ພັດ​ທະ​ນາ.

     ກ່ຽວ​ກັບ​ໜ້າ​ທີ່​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ, ທ່ານ​ຮອ​ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຈິ້ງ​ດີງ​ຢຸງ ເນັ້ນ​ໜັກ​ວ່າ : ສະ​ຖາ​ບັນ​ວາງ​ແຜນ​ຜັງ​ຕົວເມືອງ ແລະ ຊົນ​ນະ​ບົດ​ແຫ່ງ​ຊາດຕ້ອງ​ສືບ​ຕໍ່​ສຸມ​ໃສ່​ຍົກ​ສູງ​ຄວາມສາ​ມາດ​ຢ່າງ​ຮອບ​ດ້ານ, ໃນ​ນັ້ນ, ເອົາ​ໃຈ​ໃສ່​ປ່ຽນ​ໃໝ່​ກົນ​ໄກ​ການ​ເຄື່ອນ​ໄຫວ, ຍົກ​ສູງ​ຄຸນ​ນະ​ພາບ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ລົງ​ທຶນ​ທາງ​ດ້ານ​ພາ​ຫະ​ນະ​ອຸ​ປະ​ກອນ​ທີ່​ທັນ​ສະ​ໄໝ. ພ້ອມ​ກັນ​ນັ້ນ, ການ​ວາງ​ແຜນ​ຜັງ​ຕ້ອງ​ຕິດ​ພັນ​ກັບ​ການ​ສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຄືນ​ໃໝ່.
ຂ່າວ/ບົດ​ອື່ນ