ລັດຖະບານຕັດສິນໃຈບັນລຸລະດັບເຕີບໂຕGDP6,7%ຕາມຕົວເລກຄາດໝາຍໃນມະຕິຂອງສະພາແຫ່ງຊາດ

ລັດຖະບານຕັດສິນໃຈບັນລຸລະດັບເຕີບໂຕGDP6,7%ຕາມຕົວເລກຄາດໝາຍໃນມະຕິຂອງສະພາແຫ່ງຊາດ - ảnh 1
(ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ຫງວຽນ​ຊວນ​ຟຸກ)

(vovworld)- ໃນ​ຕອ​ນ​ເຊົ້າ​ວັນ​ທີ 2/8, ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ຫງວຽນ​ຊວນ​ຟຸກ, ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ບານ ໄດ້​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ສະ​ພາບ​ເສດ​ຖະ​ກິດ​ສັງ​ຄົມ​ໃນເດືອນ 07 ແລະ​ 7 ເດືອນ  ປີ 2016, ສະ​ພາບ​ການຜັນ​ຂະ​ຫຍາຍມະ​ຕິ ​ເລກ​ທີ 01 ກ່ຽວ​ກັບ​ໜ້າ​ທີ່ຮັບ​ຜິດ​ຊອບ​ ມາດ​ຕະ​ການ​​ຫຼັກ ໃນ​ການ​ຊີ້​ນຳ​ບໍ​ລິ​ຫານ ການປະ​ຕິ​ບັດ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​-ສັງ​ຄົມ ແລະ ​ແຜນ​ງົບ​ປະ​ມານ​ແຫ່ງ​ລັດ ​ປີ 2016. ຕາມ​ການ​ລາຍ​ງານ ​ຂອງ​ກະ​ຊວງ​ແຜນ​ກາ​ນ ແລະ ການ​ລົງ​ທຶນຫວຽດ​ນາມ, ສະ​ພາບ​ເສດ​ຖະ​ກິດ​ສັງ​ຄົມ 7 ເດືອນ ຜ່ານ​ມາ ໄດ້​ມີ​ການ​​​ຫັນ​ປ່ຽນ​, ​ເສດ​ຖະ​ກິດ​ມະ​ຫາ​ພາກ ​​ເປັນ​ປົກ​ກະ​ຕິ​ໂດຍພື້ນ​ຖານ​. ໃນ​ນັ້ນ, ​​ຂະ​ແໜງ​ອຸດ​ສາ​ຫະ​ກຳເກືອບ​ທັງ​ໝົດ ​ ລ້ວນ​ແຕ່​ເຕີບ​ໂຕ​ດີ​ພໍ​ສົມ​ຄວນ. ໄພ​ເງິນ​ເຟີ້​ ສະ​ເລ່ຍ 7 ເດືອນ​ຜ່ານ​ມາ​ຕ່ຳ​ກວ່າ ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ ​ຂອງ​ປີ​ກາຍ. ພ້ອມ​ກັນນັ້ນ, ການ​ສົ່ງ​ອອກ​ສິນ​ໃນ​ນ້ຳ ເພີ່ມ​ຂື້ນ 3,9%; ຕົວ​ເລກ​ຄາດ​ໝາຍ​ດຶງ​ດູດ​ການ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ ຄາດ​ວ່າ​ປ່ອຍ​ເງິນ​​ໄດ້ 8,5 ຕື້USD, ທຶນ​ຈົດ​ທະ​ບຽນ​ບັນ​ລຸ​ເກືອບ 13 ຕື້ USD. ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶ​ນ ໄດ້ຍົກ​ອອກ ​ການ​ເຕີບ​ໂຕ​ທາງ​ດ້ານ​ເສດ​ຖະ​ກິດ​ ຂອງ​ປີນີ້ ໃນ 3 ລະ​ດັບ ​ຄື: 6,27; 6,5%; 6,7;

        ກ່ຽວ​ກັບ​ບັນ​ດາມາດ​ຕະ​ການ​ແກ້​ໄຂ​ທ້າຍ​ປີ, ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ​ ຖື​ວ່າ:  ຈຳເປັນ​ຕ້ອງ​ສຸມ​ໃສ່​ຍູ້​ແຮງ​ການ​ຜະ​ລິດ​ກະ​ສິ​ກຳ, ຊຸກ​ຍູ້​ການ​ຜະ​ລິດ​ອຸດ​ສາ​ຫະ​ກຳ, ໃນ​ນັ້ນ​ມີອຸດ​ສາ​ຫະ​ກຳ​ສຳ​ຮອງ, ຍູ້​ແຮງ​ການ​ສົ່ງ​ອອກ; ດຶງ​ດູດ​ນັກ​ທ່ອງ​ທ່ຽວ, ຄຸ້ມ​ຄອງ​ບໍ​ລິ​ການ​ການ​ຂົນ​ສົ່ງ ແລະ ແກ້​ໄຂ​ບັນ​ດາ​ສິ່ງ​ຄົງ​ຄ້າງ ໃນ​ການ​ເກັບຄ່າ​ບໍ​ການບັນ​ດາ​ຄົງ​ການ BOT, ຫຼຸດ​ຄ່າ​ໃຊ້​ຈ່າຍ​ທາງບົກ. ພ້ອມ​ກັນ​ນັ້ນ, ແມ່ນ​ສືບ​ຕໍ່​ຮັບ​ປະ​ກັນ​ສະ​ຖຽນ​ລະ​ພາບ​ເສດ​ຖະ​ກິດ​ມະ​ຫາ​ພາກ, ຄວບ​ຄຸມ​ໄພ​ເງິນ​ເຟີ້ ​ດ້ວຍ​ການ​ບໍ​ລິ​ຫານ​ນະ​ໂຍ​ບາຍ​ງົບ​ປະ​ມານ ແລະ ​ເງິນ​ຕາ​ຢ່າງ​ມີ​ໄຫວ​ພິບ,  ສູ້​ຊົນ​ເກັບ​ລາຍ​ຮັບ​ງົບ​ປະ​ມານ​ໃຫ້ບັນ​ລຸ​ຄາດ​ໝາຍ; ຄຸ້ມ​ຄອງລາຍ​ຈ່າຍ​​ຈາກ​ງົບ​ປະ​ມານ​ຂອງລັດຢ່າງເຄັ່ງ​ຄັດ, ຍູ້​ແຮງ​ການ​ສົ່ງ​ອອກ, ຄວບ​ຄຸມ​ການ​ນຳ​ເຂົ້າ ແລະ ຂຸດ​ຄົ້ນຕະຫຼາດ​ພາຍ​ໃນ​ປະ​ເທດ​​ໃຫ້​ດີ, ເປັນ​ຕົ້ນ​ແມ່ນ​ຕະຫຼາຍ​ອາ​ຊຽນ.

ຂ່າວ/ບົດ​ອື່ນ