ພາບປະກອບ
|
(vovworld) – ລັດຖະບານປະກາດໃຊ້ມະຕິກ່ຽວກັບໜ້າທີ, ມາດຕະການເພື່ອປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມປີ 2015, ມະຕິຊີ້ແຈ້ງຈຸດໝາຍສັງລວມຂອງແຜນການພັດທະນາເສດຖະກິດ - ສັງຄົມ ປີ 2015 ໂດຍສະພາແຫ່ງຊາດຮັບຮອງເອົາແມ່ນ: ເພີ່ມທະວີການຮັບປະກັນເສດຖະກິດມະຫາພາກເປັນປົກກະຕິ, ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ. ປະຕິບັດບັນດາບຸກທະລຸຍຸດທະສາດຢ່າງແຮງ, ສ້າງໂຄງປະກອບພື້ນຖານເສດຖະກິດຕິດພັນກັບການຫັນປ່ຽນຮູບແບບການເຕີບໂຕ, ຍົກສູງປະສິດທິຜົນ ແລະ ກຳລັງແກ່ງແຍ້ງ, ສຸ້ຊົນເພື່ອໃຫ້ລະດັບເຕີບໂຕສູງກ່ວາປີ 2014. ສືບຕໍ່ພັດທະນາບັນດາຂົງເຂດສັງຄົມ, ວັດທະນະທຳ, ສຶກສາ, ວິທະຍາສາດ, ເຕັກໂນໂລຢີ, ປົກປັກຮັກສາສິ່ງແວດລ້ອມ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ. ຍູ້ແຮງການປະຕິຮູບດ້ານບໍລິຫານ, ປະຕິຮູບດ້ານຕຸລາການ, ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະຕິບັດການປະຢັດ, ຕ້ານການຟຸມເຟືອຍ. ເພີ່ມທະວີການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ປົກປັກຮັກສາອະທິປະໄຕແຫ່ງຊາດຢ່າງໝັ້ນຄົງ, ຮັບປະກັນຄວາມໝັ້ນຄົງດ້ານການເມືອງ, ຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ. ຍົກສູງວຽກງານພົວພັນຕ່າງປະເທດ, ເຊື່ອມໂຍງ ແລະ ຮ່ວມມືກັບສາກົນຢ່າງມີປະສິດທິຜົນ.
ລະອຽດຄື, ເພື່ອເປັນເຈົ້າການ, ມີໄຫວພິບໃນການປະຕິບັດແຜນນະໂຍບາຍເງິນຕາ, ລັດຖະບານຮຽກຮ້ອງໃຫ້ທະນາຄານແຫ່ງລັດ ຫວຽດນາມ ເປັນເຈົ້າການ, ສົມທົບກັບບັນດາກະຊວງ, ອົງການ, ທ້ອງຖິ່ນບໍລິຫານນະໂຍບາຍເງິນຕາຢ່າງເປັນເຈົ້າພາບ, ສົມທົບ ກັບນະໂຍບາຍການເງິນຢ່າງແໜ້ນແຟ້ນເພື່ອເປັນເຈົ້າການໃນການຄວບຄຸມໄພເງິນເຟີ້ຕາມຈຸດໝາຍທີ່ໄດ້ວາງອອກ, ຮັບປະກັນເສດຖະກິດມະຫາພາກເປັນປົກກະຕິ, ຊຸກຍູ້ການເຕີບໂຕເສດຖະກິດ ແລະ ໜູນຊ່ວຍພັດທະນາຕະຫຼາດການເງິນ, ຕະຫຼາດຫຼັກຊັບເພື່ອເພີ່ມທະວີຄວາມສາມາດລະດົມທຶນໃຫ້ແກ່ການລົງທຶນພັດທະນາ.
ລັດຖະບານກໍ່ຊີ້ນຳບັນດາກະຊວງ, ອົງການສູນກາງ, ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນຂຶ້ນກັບສູນກາງມານະພະຍາຍາມສຸ້ຊົນເພື່ອປະຕິບັດບັນດາຈຸດໝາຍ, ໜ້າທີ່ຢ່າງສູງສຸດຄື: ປະຕິບັດນະໂຍບາຍປີການເງິນຢ່າງແໜ້ນແຟ້ນ, ປະຢັດ, ມີປະສິດທິຜົນ, ເພີ່ມທະວີການຄວບຄຸມຕະຫຼາດ, ລາຄາ, ສຸ້ຊົນຮອດທ້າຍປີ 2015 ຫລຸດອັດຕາໜີ້ເສຍລົງລະດັບຕ່ຳກ່ວາ 3%, ສືບຕໍ່ຍູ້ແຮງການສ້າງໂຄງປະກອບລັດວິສາຫະກິດຄືນໃໝ່…