ລັດ​ຖະ​ບານ​ປະ​ກາດ​ໃຊ້​ໂຄງ​ການກະ​ທຳ​ເສີມ​ຂະ​ຫຍາຍ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ

(VOVWORLD) - ໂຄງການໄດ້ສຸມໃສ່ໜ້າທີ່, ວິທີການຕົ້ນຕໍຄື: ສ້າງຊົນຊັ້ນກຳມະກອນທັນສະໄໝ, ເຕີບໃຫຍ່ເຂັ້ມແຂງ ກ່ຽວກັບຈຳນວນ ແລະ ຄຸນນະພາບ; ສ້າງຊົນຊັ້ນກຳມະກອນພັດທະນາຢ່າງຮອບດ້ານ, ມີມານະຈິດ, ຄວາມມຸ່ງຫວັງບືນຕົວຂຶ້ນ.
ລັດ​ຖະ​ບານ​ປະ​ກາດ​ໃຊ້​ໂຄງ​ການກະ​ທຳ​ເສີມ​ຂະ​ຫຍາຍ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ - ảnh 1ພະນັກງານ, ນັກຮົບຕຳຫຼວດແຂວງບັກຢາງ ຊ່ວຍກໍ່ສ້າງເຮືອນໃຫ້ແກ່ປະຊາຊົນທຸກຍາກ (ພາບ: TTXVN)

ວັນທີ 19 ມິຖຸນາ, ລັດຖະບານໄດ້ປະກາດໃຊ້ມະຕິໂຄງການດຳເນີນງານຂອງລັດຖະບານກ່ຽວກັບການເສີມຂະຫຍາຍມູນເຊື້ອ, ກຳລັງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ສ້າງສາປະເທດຊາດໃຫ້ນັບມື້ນັບຈະເລີນຮຸ່ງເຮືອງ, ມີຄວາມຜາສຸກ. ຈຸດປະສົງຂອງໂຄງການແມ່ນ ເພື່ອແນໃສ່ຍົກສູງສະຕິຄວາມຮັບຮູ້, ຄວາມຮັບຜິດຊອບ ຂອງອົງການບໍລິຫານແຫ່ງລັດ, ອຳນາດການປົກຄອງທຸກຂັ້ນ ແລະ ປະຊາຊົນກ່ຽວກັບທີ່ຕັ້ງ, ຄວາມສຳຄັນ ຂອງການເສີມຂະຫຍາຍມູນເຊື້ອ, ກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ: ສືບຕໍ່ເຊື່ອມຊືມທັດສະນະ, ແນວຄິດປະທານໂຮ່ຈີມິນ ກ່ຽວກັບ ມະຫາສາມັກຄີ, ທີ່ຕັ້ງ, ຄວາມສຳຄັນໃນການເສີມຂະຫຍາຍມູນເຊື້ອ, ກຳລັງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ໃນໄລຍະປະຈຸບັນ, ເພີ່ມທະວີວຽກງານໂຄສະນາ, ຂົນຂວາຍ, ເສີມຂະຫຍາຍບັນດາພາຫະນະສື່ມວນຊົນ , ບັນດາຮູບແບບວັດທະນະທຳ, ສິລະປະຢ່າງມີປະສິດທິຜົນ; ສົມທົບກັນຢ່າງແໜ້ນແຟ້ນລະຫວ່ງການໂຄສະນາ, ຂົນຂວາຍກັບການສຶກສາມູນເຊື້ອ ມະຫາສາມັກຄີທົ່ວປວງຊົນທັງຊາດ, ກ່ຽວກັບແນວທາງ, ແຜນນະໂຍບາຍ, ນະໂຍບາຍກົດໝາຍຂອງພັກ, ລັດ…

ໂຄງການໄດ້ສຸມໃສ່ໜ້າທີ່, ວິທີການຕົ້ນຕໍຄື: ສ້າງຊົນຊັ້ນກຳມະກອນທັນສະໄໝ, ເຕີບໃຫຍ່ເຂັ້ມແຂງ ກ່ຽວກັບຈຳນວນ ແລະ ຄຸນນະພາບ; ສ້າງຊົນຊັ້ນກຳມະກອນພັດທະນາຢ່າງຮອບດ້ານ, ມີມານະຈິດ, ຄວາມມຸ່ງຫວັງບືນຕົວຂຶ້ນ, ສ້າງຊົນນະບົດໃໝ່ ແລະ ຫັນຊົນນະບົດເປັນອຸດສາຫະກຳ, ເປັນຕົວເມືອງ; ສ້າງ ແລະ ພັດທະນາຖັນແຖວປັນຍາຊົນ ແລະ ພັດທະນາຖັນແຖວນັກທຸລະກິດໃຫ້ນັບມື້ນັບເຕີບໃຫຍ່ເຂັ້ມແຂງກ່ຽວກັບຈຳນວນ ແລະ ຄຸນນະພາບ.

ຕອບກັບ

ຂ່າວ/ບົດ​ອື່ນ