ລັດຖະບານປະກາດໃຊ້ໂຄງການເຄື່ອນໄຫວປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ

(VOVWORLD) -ລັດຖະບານຫວຽດນາມ ຫາກໍ່ປະກາດໃຊ້ມະຕິກ່ຽວກັບໂຄງການເຄື່ອນໄຫວຂອງລັດຖະບານ ປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ.
ລັດຖະບານປະກາດໃຊ້ໂຄງການເຄື່ອນໄຫວປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ - ảnh 1ກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ
(ພາບປະກອບ: VGP)

ຕາມນັ້ນແລ້ວ, ຮອດປີ 2025, ສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ໂຮມປະເທດຊາດເປັນເອກະພາບຢ່າງສົມບູນ: ໂດຍແມ່ນປະເທດພວມພັດທະນາ ມີອຸດສາຫະກຳຕາມທິດທັນສະໄໝ, ລື່ນກາຍລະດັບລາຍຮັບປາງກາງຕ່ຳ; ຮອດປີ 2030, ສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ: ແມ່ນປະເທດພວມພັດທະນາ ມີອຸດສາຫະກຳທັນສະໄໝ, ລາຍຮັບປານກາງສູງ; ຮອດປີ 2045, ສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງປະເທດສາທາລະນະລັດປະຊາທິປະໄຕ, ຈຸບັນແມ່ນປະເທດສສ.ຫວຽດນາມ: ຫວຽດນາມ ກາຍເປັນປະເທດພັດທະນາ, ບັນລຸລາຍຮັບສູງ.

ໃນວິວັດການປະຕິບັດໂຄງການເຄື່ອນໄຫວ, ລັດຖະບານໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ອົງການຂັ້ນສູນກາງ ແລະ ທ້ອງຖິ່ນ ຈົ່ງເຊື່ອມຊຶມບັນດາຫຼັກການນຳພາຂອງພັກ, ບັນດາທັດສະນະຊີ້ນຳຕາມມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຢ່າງເຂັ້ມງວດ. ພ້ອມກັນນັ້ນ, ກໍ່ເພີ່ມທະວີການກໍ່ສ້າງ, ປັບປຸງພັກ, ຍົກສູງກຳລັງນຳພາ ແລະ ກຳລັງຕໍ່ສູ້ຂອງອົງການຈັດຕັ້ງພັກ, ສະມາຊິກພັກ; ຖືປະຊາຊົນ, ວິສາຫະກິດແມ່ນຈຸດໃຈກາງເພື່ອຮັບໃຊ້; ສ້າງລັດໃຫ້ກະທັດລັດ, ມີປະສິດທິພາບ, ປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ