ລັດຖະບານພັນທະມິດ ໃໝ່ຂອງອີຕາລີຮັບດຳລົງຕຳແໜ່ງ

ລັດຖະບານພັນທະມິດ ໃໝ່ຂອງອີຕາລີຮັບດຳລົງຕຳແໜ່ງ - ảnh 1

ນາຍົກລັດຖະມົນຕີອີຕາລີຄົນໃໝ່Enrico Letta
(ພາບ: AP)

(vovworld) – ​ຕອນ​ເຊົ້າ​ວັນ​ທີ 28/4, ຕາມ​ເວລາ​ທ້ອງ​ຖີ່​ນ, ລັດຖະບານ​ພັນທະ​ມິດ​ຂວາ - ຊ້າຍ ​ໃໝ່​ຂອງ​ອີ​ຕາ​ລີ ​ໂດຍ​ທ່ານ Enrico Letta ​ເປັນ​ນາຍົກລັດຖະມົນຕີ ​ໄດ້​ຮັບ​ດຳລົງ​ຕຳ​ແໜ່​ງ. ລັດຖະບານ​ໃໝ່​ຂອງ​ອີ​ຕາ​ລີ, ​ໄດ້​ຮັບ​ຖື​ວ່າ​ແມ່ນ​ລັດຖະບານ​ໜຸ່ມ​ແໜ້ນ​ກວ່າ​ໝູ່ (ດ້ວຍ​ອາຍຸ​ສະ​ເລ່ຍ​ແມ່ນ 53 ປີ) ພ້ອມ​ທັງ​ປະກອບ​ດ້ວຍ​ຫຼາຍ​ພາກສ່ວນ​ພັກ​ຝ່າຍ ກໍ່​ຄື​ເພດ​ໃນ​ປະຫວັດສາດ​ມໍ່ໆ​ມາ​ນີ້. ຍ້ອນ​ສະພາບ​ການ​ເມືອງ​ບໍ່​ມີ​ທາງ​ອອກ ​ນັບ​ແຕ່​ການ​ເລືອກ​ຕັ້ງ​ເມື່ອ​ເດືອນ 2 ນັ້ນ ​ໄດ້​ສົ່ງ​ຜົນ​ສະທ້ອນ​ຢ່າງ​ໃຫຍ່​ຫຼວງ​ເຖິງ​ຄວາມ​ມານະ​ພະຍາຍາມ​ແກ້​ໄຂ​ສະພາບ​ຊຸດ​ໂຊມ​ທາງ​ດ້ານ​ເສດຖະກິດ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ຂອງ​ປະ​ເທດ​ນີ້​ໃນ​ຮອບ​ເວລາ 20 ປີ​ທີ່​ຜ່ານ​ມາ. ທ່ານ​ນາຍົກລັດຖະມົນຕີຄົນ​ໃໝ່​ອີ​ຕາ​ລີ Enrico Letta ສະ​ແດງ​ຄວາມ​ປາຖະໜາ​ ຢາກ​ມີ​ການ​ກະທຳ​ຢ່າງ​ວ່ອງ​ໄວ ​ເພື່ອ​ແກ້​ໄຂ​ສະພາບ​ຫວ່າງ​ງານ ກໍ່​ຄື​ຊຸກຍູ້​ການ​ເຕີບ​ໂຕ​ທາງ​ດ້ານ​ເສດຖະກິດ. ການ​ນຳ​ຜູ້​ນີ້​ຍັງ​ໝັ້ນ​ໝາຍ​ຈະ​ມີ​ການ​ກະທຳ​ຢ່າງ​ວ່ອງ​ໄວ ​ເພື່ອ​ປະຕິບັດ​ການ​ປະຕິ​ຮູບ​ທີ່​ສຳຄັນ.

ຂ່າວ/ບົດ​ອື່ນ