ລັດຖະບານມີຄວາມສາມາດຢ່າງພຽງພໍ ເພື່ອຄວບຄຸມໄພເງິນເຟີ້ປີ 2018

(VOVWORLD) -ຕອນເຊົ້າວັນທີ 27 ທັນວາ, ທີ່ສຳນັກງານລັດຖະບານ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ຫົວໜ້າຄະນະຊີ້ນຳບໍລິຫານລາຄາ
ລັດຖະບານມີຄວາມສາມາດຢ່າງພຽງພໍ ເພື່ອຄວບຄຸມໄພເງິນເຟີ້ປີ 2018 - ảnh 1 ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ (ພາບ: VGP)

ເປັນປະທານກອງປະຊຸມທ້າຍປີເພື່ອຕີລາຄາກ່ຽວກັບວຽກງານບໍລິຫານລາຄາປີ 2017, ວາງທິດທາງ, ແຜນການ ແລະ ມາດຕະການຄວບຄຸມໄພເງິນເຟີ້ໃຫ້ຢູ່ໃນລະດັບຕ່ຳກ່ວາ 4% ໃນປີ 2018 ຕາມມະຕິຂອງສະພາແຫ່ງຊາດ. ກ່າວຄຳເຫັນທີ່ກອງປະຊຸມ ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ຫົວໜ້າຄະນະຊີ້ນຳໃຫ້ຂໍ້ສັງເກດວ່າ ວຽກງານຄຸ້ມຄອງລາຄາປີ 2017 ແມ່ນຕິດແທດກັບຄາດໝາຍທີ່ສະພາແຫ່ງຊາດວາງອອກ; ບັນດາກະຊວງ, ຂະແໜງການເປັນເຈົ້າການ, ຕັ້ງໜ້າໃນການບໍລິຫານ, ສົມທົບກັນບໍລິຫານບັນດາປະເພດສິນຄ້າຈຳເປັນ. ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ກໍ່ສະເໜີບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆສືບຕໍ່ປະຕິບັດວຽກງານຖະແຫຼງຂ່າວສື່ສານແກ່ສື່ມວນຊົນເປັນຢ່າງດີ ເພື່ອແນໃສ່ແບ່ງປັນ, ໃຫ້ຂ່າວຢ່າງຊັດເຈນ ມີວິທະຍາສາດ ແລະ ບໍ່ກໍ່ກຳລັງດັນໃຫ້ຕະຫລາດ.

 

ຕອບກັບ

ຂ່າວ/ບົດ​ອື່ນ