ລັດຖະບານຢືດໝັ້ນຄາດໝາຍ, ໜ້າທີ່ ຕາມມະຕິສູນກາງ, ສະພາແຫ່ງຊາດວາງອອກໃນປີ 2012

ລັດຖະບານຢືດໝັ້ນຄາດໝາຍ, ໜ້າທີ່ ຕາມມະຕິສູນກາງ, ສະພາແຫ່ງຊາດວາງອອກໃນປີ 2012 - ảnh 1
ຫຼຸດຜ່ອນອັດຕາດອກເບ້ຍໃຫ້ກູ້ຢືມ ໃຫ້ເໝາະສົມກັບດັດຊະນີລາຄາໃຊ້ສອຍ
(ພາບ: ອີນເຕີເນັດ)

(vovworld) - ວັນ​ທີ 9/5, ລັດຖະບານ​ໄດ້​ປະກາດ​​ໃຊ້​ມະຕິ​ກ່ຽວ​ກັບ​ວາ​ລະ​ປະຊຸມ​ປະຈຳ​ເດືອນ 4/2012 ຂອງ​ລັດຖະບານ. ຕາມ​ນັ້ນ​ແລ້ວ, ລັດຖະບານຢືດໝັ້ນ​ບັນດາ​ຄາ​ດໝາຍ, ໜ້າ​ທີ່ ​ເຊິ່ງ​ບັນດາ​ມະຕິ​ຂອງ​ສູນ​ກາງ, ສະພາ​ແຫ່ງ​ຊາດ​ໄວ້​ວາງ​ອອກ​ໃນ​ປີ 2012, ສືບ​ຕໍ່​ຕິດຕາມ​ກວດກາ​ການ​ຜັນ​​ແປ່​ຂອງ​ສະພາບ​ການ​ເສດຖະກິດ​ໂລກ ​ແລະ ພາຍ​ໃນ​ປະ​ເທດຢ່າງ​ໃກ້​ສິດ, ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ໄຈ້​ແຍກ, ຄາດ​ຄະ​ເນ​ເພື່ອ​ມີ​ມາດ​ຕະການ​ຊີ້​ນຳ​ຢ່າງ​ທັນ​ການ, ບໍລິຫານ​ໃຫ້​ເໝາະ​ສົມ, ຜັນ​ຂະຫຍາຍ​ປະຕິບັດບັນດາ​ມາດ​ຕະການ​ທີ່​ລັດຖະບານ​ໄດ້​ວາງ​ອອກ​ຢ່າງ​ເດັດຂາດ, ຄົບ​ຊຸດ, ມີ​ປະສິດທິ​ຜົນ​. ລັດຖະບານ​ໄດ້​ເປັ​ນ​ເອກະສັນ​ກັນ ຮັບ​ຮູ້​ວ່າ ສະພາບ​​ເສດຖະກິດ - ສັງຄົ​ມ​ເດືອນ 4 ​ແລະ 4 ​ເດືອນຕົ້ນ​ປີ 2012 ​ໄດ້​ມີ​ການ​ຫັນ​ປ່ຽນ​ຢ່າງ​ຖືກ​ທິດ, ບັນ​ລຸ​ໄດ້​ບັນດາ​ໝາກຜົນ​ຢ່າງ​ຕັ້ງໜ້າ​​ໃນ​ເບື້ອງ​ຕົ້ນ. ​ເສດຖະກິດ​ມະຫາ​ພາກ ​ໄດ້​ຮັບ​ການ​ປັບປຸງ​ບາ​ດກ້າວ​ໜຶ່ງ. ດັດ​ສະ​ນີລາຄາ​ໃຊ້​ສອຍ​ໃນ​ເດືອນ 4 ​ເພີ່ມ​ຂຶ້ນ 0,05% ​ເມື່ອ​ທຽບ​ໃສ່​​​ເດືອນ 3 ​ແລະ ​ເພີ່ມ​ຂຶ້ນ 2,6% ​ເມື່ອ​ທຽບ​ໃສ່​ກັບ​ເດື່ອ​ນ 12/2011, ​ແມ່ນ​ລະດັບ​ເພີ່ມ​ຂຶ້ນ​ຕ່ຳ​ສຸດ​ໃນ​ຫຼາຍ​ປີຜ່ານມາ.

 

ຂ່າວ/ບົດ​ອື່ນ