ລັດຖະບານສ້າງຕັ້ງຄະນະຊີ້ນຳແຫ່ງຊາດກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ

ລັດຖະບານສ້າງຕັ້ງຄະນະຊີ້ນຳແຫ່ງຊາດກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ - ảnh 1
ພາບປະກອບ

(vovworld) – ຕາມ​ຂໍ້​ຕົ​ກລົງ​ເມື່ອ​ວັນ​ທີ 23/4, ຄະນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າກັບສາກົນ​ມີໜ້າ​ທີ່​ຊ່ວຍ​ລັດຖະບານ, ນາ​ຍົກລັດຖະມົນຕີ​ວາງ​ອອກ​ບັນດາ​ການ​ກຳນົດ​ທິດ, ຍຸດ​ທະ​ສາດ, ບັນດາ​ມາດ​ຕະການ​ໃຫຍ່ ກ່ຽວຂ້ອງ​ເຖິງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບສາກົນ, ສະ​ເໜີ​ບັນ​ດາ​ໜ້າ​ທ່ີ​ຈຸດ​ສຸມ ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ສາກົນ​ຄວນ​ສຸມ​ໃສ່​ຊີ້ນ​ຳ, ບໍລິຫານ​​ໃນ​ແຕ່ລະ​ໄລຍະ. ຄະນະ​ຊີ້​ນຳ​ກໍ່​ຊ່ວຍ​​ໃຫ້​ລັດຖະບານ, ນາຍົກລັດຖະມົນຕີ ຊີ້​ນຳ​ບັນດາ​ກະຊວງ, ອົງການ​ທຽບ​ເທົ່າ​ກະຊວງ, ອົງການ​ຂຶ້ນ​ກັບ​ລັດຖະບານ, ຄະນະ​ກຳມະການ​ປະຊາຊົນ​ບັນດາ​ແຂວງ, ນະຄອນ​ຂຶ້ນ​ກັບ​ສູນ​ກາງ ຜັນ​ຂະຫຍາຍ​ບັນດາ​ແຜນ​ນະ​ໂຍບ​າຍ, ນະ​ໂຍບາຍ​ໃຫຍ່ ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. ຄະນະ​ຊີ້​ນຳ​ແຫ່ງ​ຊາດ ກໍ່​ມີໜ້າ​ທີ່​ສະຫລຸບ ​ແລະ ລາຍ​ງານ​ຕໍ່ກົມ​ການ​ເມືອງ, ຄະນະ​ເລຂາສູນ​ກາງ​ພັກ, ລັດຖະບານ, ນາຍົກລັດຖະມົນຕີ ກ່ຽວ​ກັບສະພາບ​ການ​ຜັນ​ຂະຫຍາຍ​ບັນ​ດາ​ໜ້າ​ທີ່​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ເປັນ​ປະຈຳ.

        ຄະນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ ​ໂດຍ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ​ເປັນ​ຫົວໜ້າ​ຄະນະ ​ແລະ ຮອງ​ຫົວໜ້າ​ຄະນະ​ແມ່ນ: ທ່ານ​ຮອງ​ນາຍົກ​ລັດຖະມົນຕີ ຫວູວັນນີ​ງ, ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ​ແລະ ຮອງ​ນາຍົກລັດຖະມົນຕີ ທັງ​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ.


ຂ່າວ/ບົດ​ອື່ນ