ລັດຖະບານສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢ່າງສະດວກໃຫ້ວິສາຫະກິດ


ລັດຖະບານສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢ່າງສະດວກໃຫ້ວິສາຫະກິດ - ảnh 1
ລັດຖະບານສ້າງສະພາບແວດລ້ອມແຫ່ງການ
ດຳເນີນທຸລະກິດຢ່າງສະດວກໃຫ້ວິສາຫະກິດ
(ພາບ: dantri.com.vn)

(vovworld) - ຕອນ​ເຊົ້າ​ວັນ​ທີ 9/2, ຢູ່ ຮ່າ​ໂນ້ຍ, ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເວື​ອງດິ່ງ​ເຫ້, ຫົວໜ້າ​ຄະນະ​ຊີ້​ນຳ​ການ​ປ່ຽນ​ໃໝ່ ​ແລະ ພັດທະນາ​ວິ​ສາ​ຫະກິດ, ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ກະກຽມ​ສະຫຼຸບ 1 ປີ ​ແຫ່ງ​ການ​ປະຕິບັດ​ມະຕິ 35 ຂອງ​ລັດຖະບານ ກ່ຽວ​ກັບ​ການໜູນຊ່ວຍ ​ແລະ ພັດທະນາ​ວິ​ສາ​ຫະກິດ​ເຖິງ​ປີ 2020.

        ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ, ຜູ້ຕາງໜ້າ​ບັນດາ​ກະຊວງ, ຂະ​ແໜງ​ການ​ຕ່າງໆ​ໃຫ້​ຮູ້​ວ່າ: ​ໄລຍະ​ຜ່ານ​ມາ, ມະຕິ 35 ​ໄດ້​ປະກອບສ່ວນ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​​ເພື່ອໃຫ້​ປະຊາ​ຄົມ​ວິ​ສາ​ຫະກິດ ​ໃຫ້​ຄຳ​ໝັ້ນ​ສັນຍາ​ກ່ຽວ​ກັບ​ລັດຖະບານ​ແຫ່ງ​ການ​ສ້າງສາ, ໜູນ​ຊ່ວຍ ​ແລະ ຊຸກຍູ້​ວິ​ສາ​ຫະກິດ​ພັດທະນາ. ຈາກ​ນັ້ນ​ສ້າງ​ການ​ຫັນປ່ຽນ​ດ້ານ​ແນວ​ຄິດ, ຄວາມ​ຮັບ​ຮູ້​ໃນ​ກົງຈັກ​ລັດ​ກຳ​ອຳນາດຢູ່​ທັງ​ຂັ້ນ​ສູນ​ກາງ ​ແລະ ທ້ອງ​ຖີ່​ນ, ດ້ວຍ​ຈິດ​ໃຈ​ຮັບ​​ໃຊ້, ໜູນ​ຊ່ວຍ​ວິ​ສາ​ຫະກິດ​ພັດທະນາ.

        ກ່າວ​ຄວາມ​ເຫັນ​ທີ່​ການ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເວື​ອງດິ່ງ​ເຫ້ ສະ​ເໜີ ​ໄລຍະ​ຈະ​ມາ​ເຖິງ, ບັນດາ​ກະຊວງ, ຂະ​ແໜງ​ການ, 63 ​ແຂວງ, ນະຄອນ, ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ ຫວຽດນາມ ມີ​ບົດ​ລາຍ​ງານ​ໃຫ້​ລັດຖະບານ ກ່ຽວ​ກັບ​ເລື່ອງ​ຜັນ​ຂະຫຍາຍ​ການ​ປະຕິບັດມະຕິ 35. ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເວື​ອງດິ່ງ​ເຫ້ ຊີ້​ແຈ້ງວ່າ:

        “ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖີ່​ນສືບ​ຕໍ່​ອີງ​ໃສ່​ຄາດໝາຍ ສ້າງ​ສະພາບ​ແວດ​ລ້ອງ​ແຫ່ງ​ການ​ລົງທຶນ ດຳ​ເນີນ​ທຸລະ​ກິດ​ຢ່າງ​ສະດວກ​ສະບາຍ​ໃຫ້​ວິ​ສາ​ຫະກິດ ກ່ຽວ​ກັບ​ການ​ລົງທຶນ​ດ້ານ​ການ​ຄ້າດ້ວຍລາຍ​ຈ່າຍ​ຕຳ, ຈຳກັດ​ຄວາມ​ສ່ຽງ, ສິ່ງ​ຄົງ​ຄ້າງ​ດ້ານ​ນິຕິ​ກຳ, ​ແກ້​ໄຂຕະຫຼາດ​ທຶນ, ສິນຄ້າ-ການ​ບໍລິການ, ອະສັງ​ຫ​າລິ​ມະ​ຊັບ, ວິ​ທະ​ສາ​ສາດ​ເຕັກ​ໂນ​ໂລ​ຢີ, ​ແຮງ​ງານ. ສືບ​ຕໍ່​ເ​ສີມ​ຂະຫຍາຍ​ຈິດ​ໃຈ​ປ່ຽນ​ໃໝ່​ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ສະມັດ​ຕະພາບ​ແຮງ​ງານ​ຂອງ​ວິ​ສາ​ຫະກິດ“.

ຂ່າວ/ບົດ​ອື່ນ