ລັດຖະບານຫວຽດນາມຍາມໃດກໍ່ສ້າງເງື່ອນໄຂໃຫ້ວິສາຫະກິດຟິລິບປິນລົງທຶນ,ດຳເນີນທຸລະກິດຢູ່ຫວຽດນາມ

ລັດຖະບານຫວຽດນາມຍາມໃດກໍ່ສ້າງເງື່ອນໄຂໃຫ້ວິສາຫະກິດຟິລິບປິນລົງທຶນ,ດຳເນີນທຸລະກິດຢູ່ຫວຽດນາມ - ảnh 1
ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ໋ນຢຸງ
ຕ້ອນຮັບ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຟິລິບ​ປິນ
(ພາບ: infonet)

(vovworld) - ຕອນ​ບ່າຍ​ວັນ​ທີ 21/10, ​ໃນການ​ຕ້ອນຮັບ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຟິລິບ​ປິນ Albert del Rosario ທີ່​ພວມ​​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ໋ນຢຸງ ​ໄດ້​ຢືນຢັນ​ວ່າ: ລັດຖະບານ​ຫວຽດນາມ ​ຍາມ​ໃດ​ກໍ່ສ້າງ​ເງື່ອນ​ໄຂ​​​ເພື່ອໃຫ້​ວິ​ສາ​ຫະກິດ​ຟິລິບ​ປິນລົງທຶນ,ດຳ​ເນີນ​ທຸລະ​ກິດ​ຢ່າງ​ມີ​ປະສິດທິ​ຜົນຢູ່​ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ກໍ່​ຢືນຢັນ​ເຖິງ​ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຫວຽດນາມ ​ແມ່ນ​ສືບ​ຕໍ່​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ພ້ອມ​ກັບ​ຟິລິບ​ປິນ ​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ພັດທະນາ​ຢ່າງ​ເລິກ​ເຊິ່ງ, ກວ້າງຂວາງ, ຮອບດ້ານ ​ແລະ ມີ​ປະສິດທິ​ຜົນ​ກວ່າ​, ​ແລະ ນຳ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​​ໃຫ້ຂຶ້ນ​ສູ່​ລະດັບ​ສູງ​ໃໝ່​ໃນ​ໄລຍະ​ຈະ​ມາ​ເຖິງ. ທ່ານ​ສະ​ເໜີ​ສອງ​ຝ່າຍ​ບຸລິ​ມາ​ສິດ​ໃຫ້​ກັນ​ກວ່າ​ອີກ​ໃນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ; ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ປະມົງ, ວິທະຍາສາດ​ເຕັກນິກ, ວັດທະນະທຳ, ການ​ປ້ອງ​ກັນຊາ​ດປ​້ອງກັນ​ຄວາມ​ສະຫງົບ, ການ​ພົວພັນ​ແລກປ່ຽນ​ປະຊາຊົນ.

​        ສ່ວນທ່ານ​ລັດຖະມົນຕີ​ Albert del Rosario ກໍ່​ຢືນຢັນ​ວ່າ, ຟິລິບ​ປິນ ຖື     ກ​ານພັດທະນາ​ການ​ພົວພັນ​ຮ່ວມ​ມື​ກັບ​ຫວຽດນາມ​ ເປັນ​ສຳຄັນ​ພິ​ເສດ. ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ລັດຖະມົນຕີ​ Albert del Rosario ສະ​ແດງ​ຄວາມ​ວິຕົກ​ກັງວົນ​ຢ່າງ​ເລິກ​ເຊິ່ງ ຕໍ່​ການ​ຜັນ​ແປ​ຢ່າງ​ສັບສົນ​ຫວ່າງ​ແລ້ວ​ນີ້​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ​ເນັ້ນ​ໜັກ​ວ່າ, ການ​ແກ້​ໄຂ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ ຕ້ອງ​ ປະຕິບັດ​ດ້ວຍບັນດາ​ມາດ​ຕະການ​ສັນຕິພາບ, ບົນ​ພື້ນຖານ​ກົດໝາຍ​ສາກົນ; ພ້ອມ​ທັງ​ເຫັນ​ດີ​ຕໍ່​ທັດສະ​ນະ​ລວມ​ໃນ​ການ​ຊຸກຍູ້​ບັນດາ​ຝ່າຍ​ກ່ຽວຂ້ອງ​ປະຕິບັດ DOC ຢ່າງ​ເຂັ້ມ​ງວດ​ແລະ ມີ​ການ​ເຈລະຈາ​ຢ່າງ​ແທດ​ຈິງ ​ແນ​ໃສ່​ສ້າງ COC ​ໂດຍ​ໄວ ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ການ​ພັດທະນາ​ຢູ່​ພາກ​ພື້ນ.

       

ຂ່າວ/ບົດ​ອື່ນ