ລັດຖະບານຫວຽດນາມຜັນຂະຫຍາຍຫລາຍມາດຕະການຢ່າງຄົບຊຸດເພື່ອຈຸດໝາຍພັດທະນາແບບວ່ອງໄວແລະໝັ້ນຄົງ

ລັດຖະບານຫວຽດນາມຜັນຂະຫຍາຍຫລາຍມາດຕະການຢ່າງຄົບຊຸດເພື່ອຈຸດໝາຍພັດທະນາແບບວ່ອງໄວແລະໝັ້ນຄົງ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ​ກ່າວ​ຄຳ​ເຫັນ​ທີ່​ເວ​ທີ​ປາ​ໄສ

(vovworld)- ​ຕອນ​ເຊົ້າ​ວັນ​ທີ 30/9 ຢູ່ ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ໄດ້​ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ໄຂ​ເວ​ທີ​ປາ​ໄສ​ການ​ລົງ​ທຶນ​ທົ່ວ​ໂລກ ຫວຽດ​ນາມ ໂດຍ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ສົມ​ທົບ​ກັບ​ວາ​ລະ​ສານ​ເງິນ​ຕາ ເອີ​ລົບ (Euro Money) ຈັດ​ຕັ້ງ. ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ໄດ້​ແນະ​ນຳ​ໂດຍ​ສັງ​ເຂບ​ບັນ​ດາ​ຜົນ​ງານ​ພົ້ນ​ເດັ່ນ​ທີ່ ຫວຽດ​ນາມ​ບັນ​ລຸ​ໄດ້​ພາຍ​ຫລັງ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃຫມ່, ເປັນ​ຕົ້ນ​ໃນ​ 5 ປີມໍ່ໆ​ມານີ້ ເຖິງວ່າ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຫລາຍ​ຢ່າງ ແຕ່​ຫວຽດ​ນາມ ຍັງ​ຄົງ​ບັນ​ລຸ​ GDP ສະ​ເລ່ຍ 6%/ປີ. ມາ​ຮອດ​ປະ​ຈຸ​ບັນ ຍອດ​ທຶນ​ຈົດ​ທະ​ບຽນ​ການ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ ຢູ່ ຫວຽດ​ນາມ ບັນ​ລຸ​ປະ​ມານ 270 ຕື້ USD ດ້ວຍ 19​.000 ໂຄງ​ການ ຂອງ​ບັນ​ດາ​ນັກ​ລົງ​ທຶນ​ທີ່​ມາ​ຈາກ 105 ປະ​ເທດ ແລະ ເຂດ​ແຄ້ວນ​ພວມ​ເຄື່ອນ​ໄຫວ​ຢູ່​ຫວຽດ​ນາມ. ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ເນັ້ນ​ຫນັກ​ວ່າ:

        “ ຫວຽດ​ນາມ ພວມ​ມາ​ນະ​ພະ​ຍາ​ຍາມ​ສ້າງ​ລະ​ບອບ​ນະ​ໂຍ​ບາຍ​ເສດ​ຖະ​ກິດ​ການ​ຕະ​ຫລາດ​ໃຫ້​ສົມ​ບູນ​ແບບ, ສຸມ​ໃສ່​ເຂົ້າ​ໃນ​ການປັບ​ປຸງກອບ​ກົດ​ໝາຍ ແລະ ລະ​ບຽບ​ການ​ບໍ​ລິ​ຫານ. ພວກ​ຂ້າ​ພະ​ເຈົ້າ​ສູ້​ຊົນ​ບັນ​ລຸ​ບັນ​ດາ​ຄາດ​ໝາຍ​ກ່ຽວ​ກັບ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ​ກ່ຽວ​ກັບ​ພາ​ສີ​ອາ​ກອນ, ປະ​ກັນ​ສັງ​ຄົມ, ກໍ່​ສ້າງ, ທີ່​ດິນ ໃຫ້​ທັດ​ທຽມ​ລະ​ດັບ​ສະ​ເລ່ຍ​ຂອງ ອາ​ຊຽນ - 4 ໃນ​ປີ 2016. ໄລ​ຍະ​ຈະ​ມາ​ເຖິງ, ການ​ລົງ​ນາມ ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ​ລຸ້ນ​ໃຫມ່ ຈະ​ເຮັດ​ໃຫ້​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ ຫວຽດ​ນາມ ຈະ​ສະ​ດວກກວ່າ, ແກ້ງ​ແຍ້ງ​ຢູ່​ໃນ​ລະ​ດັບ​ສູງກວ່າ​ໃນ​ພາກ​ພື້ນ.”

 

ຂ່າວ/ບົດ​ອື່ນ