ລັດຖະບານອັງກິດບໍ່ເຫັນດີຕໍ່ການປ່ອນບັດBrexitຄັ້ງທີ2

ລັດຖະບານອັງກິດບໍ່ເຫັນດີຕໍ່ການປ່ອນບັດBrexitຄັ້ງທີ2 - ảnh 1
ທ່ານນາງນາຍົກ​ລັດຖະມົນຕີ ອັງກິດ Theresa May
(ພາບ: epa)

(vovworld) - ​ ​ ວັນ​ທີ 10/10 ລັດຖະບານ ​ອັງ​ກິດ ປະກາດ​ວ່າ ຈະ​ບໍ່​ເຫັນ​ດີຕໍ່​ເລື່ອງຈັດ​ຕັ້ງການ​ປ່ອນ​ບັດ​ຄັ້ງ​ທີ 2 ຢູ່​ສະພາ​ແຫ່ງ​ຊາດ​ປະ​ເທດ​ນີ້​ກ່ຽວ​ກັບ​ເລື່ອງ ລອນ​ດອນ ອອກ​ຈາກ​ສະຫະພາບ​ ເອີ​ລົບ (Brexit). ນອກ​ນັ້ນ, ບັນດາ​ສະມາຊິກ​ລັດຖະສະພາ​ຈະ​ມີ​ບົດບາດ​ໃນ​ການ​ພິຈາລະນາວິວັດ​ການ Brexit ​ໂດຍ​ລະອຽດ. ​ເມື່ອ​ຕອບ​ສຳພາດ​ຕໍ່​ວົງການນັກ​ຂ່າວ ​ໂຄສົກ​ຂອງ​ນາຍົກ​ລັດຖະມົນຕີ ອັງກິດ Theresa May ຊີ້​ແຈ້ງວ່າ: ສະພາ​ແຫ່ງ​ຊາດ ອັງກິດ ​ຈະ​ໂຕ້​ເວທີ ຢ່າງແນ່ນອນ​ ​ແລະ ພິຈາລະນາ​ວິວັດ​ການ Brexit​ ຢ່າງລະອຽດ​ ​ເມື່ອ​ມັນດຳ​ເນີນ​ໄປ, ສິ່ງ​ດັ່ງກ່າວ​ແມ່ນ​ຈຳ​ເປັນ​ທີ່​ສຸດ ​ແລະ ຖືກຕ້​ອງ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ ຕາມ​ໂຄສົກ​ດັ່ງ​ກ່າວ​ແລ້ວ ​ເລື່ອງ​ຈັດ​ຕັ້ງ​ການ​ປ່ອນບັດ​ຄັ້ງ​ທີ​ 2 ຫຼື ການ​ປ່ອນ​ບັດ​ເພື່ອ​ພິຈາລະນາຄວາມ​ມຸ່ງ​ຫວັງ​ຂອງ​ປະຊາຊົນ​ຊາວ ອັງກິດ ​ແມ່ນ​ບາດ​ກ້າວທີ່​ບໍ່​ສາມາດ​ຮັບຮອງ​ໄດ້.

        ​ແລະ​ໃນ​ວັນ​ດຽວ​ກັນ, ທ່ານລັດຖະມົນ​ຕີ Brexit David Davis ຢືນຢັນ​ວ່າ: ລັດຖະບານ ອັງກິດ ຈະປະຕິ​ເສດທຸກຄວາມ​ຕັ້ງ​ໃຈ ​ເພື່ອ​ແນ​ໃສ່​ເມີນ​ເສີຍ​ຕໍ່ໝາກຜົນ​ແຫ່ງ​ການ​ລົງ​ປະຊາ​ມະຕິ​ກ່ຽວ​ກັບ Brexit ຫຼື ​ໂຈ້ະວິວັດ​ການ​ອອກ​ຈາກ​ສະຫະພາບ​ ​ເອີ​ລົບ ​ໄວ້ ​ແຕ່ບໍ່​ມີ​ເຫດຜົນ​​ອັນ​ຊອບ​ທຳ.

ຂ່າວ/ບົດ​ອື່ນ