ລັດຖະບານອິນໂດເນເຊຍບໍ່ປະກາດສະພາວະໄພພິບັດແຫ່ງຊາດພາຍຫຼັງເຫດແຜ່ນດິນໄຫວແລະຄື້ນຍັກ

(VOVWORLD) -ລັດຖະບານອິນໂດເນເຊຍ ຈະບໍ່ຈັດຕັ້ງການຮຽກຮ້ອງ ຫຼື ສ້າງກອງທຶນໃຫ້ບັນດາຜູ້ປະສົບເຄາະຮ້າຍໃນໄພພິບັດເຫດແຜ່ນດິນໄຫວ ແລະ ຄື້ນຍັກຜ່ານມາຢູ່ແຂວງພາກກາງ Sulawesi ທີ່ບັນດາກອງປະຊຸມປະຈຳປີຂອງກອງທຶນເງິນຕາສາກົນ (IMF) ແລະ ທະນາຄານໂລກ (WB) ຢູ່ບາລີ, ຄາດວ່າຈະດຳເນີນໃນວັນທີ 08 – 10 ຕຸລາ.

ລັດຖະບານອິນໂດເນເຊຍບໍ່ປະກາດສະພາວະໄພພິບັດແຫ່ງຊາດພາຍຫຼັງເຫດແຜ່ນດິນໄຫວແລະຄື້ນຍັກ - ảnh 1ມີປະຊາຊົນອິນໂດເນເຊຍ ຢູ່ແຂວງພາກກາງ Sulawesi ປະມານ 190.000 ຄົນ

ພ້ວມຕ້ອງການໄດ້ຮັບການໜູນຊ່ວຍມະນຸດສະທຳຢ່າງຮີບດ່ວນ

(ພາບ: AFP/TTXVN)

ອິນໂດເນເຊຍ ກໍ່ພ້ອມທັງບໍ່ປະກາດສະພາວະໄພພິບັດແຫ່ງຊາດພາຍຫຼັງໄພພິບັດທຳມະຊາດດັ່ງກ່າວ. ທ່ານລັດຖະມົນຕີກະຊວງການເງິນອິນໂດເນເຊຍ Sri Mulyani ຖືວ່າ, ອິນໂດເນເຊຍ ບໍ່ຈຳເປັນຕ້ອງເຮັດສິ່ງດັ່ງກ່າວ ຍ້ອນວ່າແຫຼ່ງກຳລັງຂອງປະເທດນີ້ມີຢ່າງພຽງພໍເພື່ອແກ້ໄຂບັນດາຜົນກະທົບຂອງເຫດແຜ່ນດິນໄຫວ ແລະ ຄື້ນຍັກດັ່ງກ່າວ.

        ກ່ຽວຂ້ອງເຖິງເຫດແຜ່ນດິນໄຫວ, ຄື້ນຍັກຢູ່ອິນໂດເນເຊຍ ໃນທ້າຍສັບປະດາຜ່ານມາ, ວັນທີ 01 ຕຸລາ, ຫ້ອງການປະສານງານບັນດາບັນຫາມະນຸດສະທຳຂອງສະຫະປະຊາຊາດໄດ້ຖືວ່າ, ມີປະຊາຊົນອິນໂດເນເຊຍ ຢູ່ແຂວງພາກກາງ Sulawesi ປະມານ 190.000 ຄົນ ພ້ວມຕ້ອງການໄດ້ຮັບການໜູນຊ່ວຍມະນຸດສະທຳຢ່າງຮີບດ່ວນ, ໃນນັ້ນ 1/3 ແມ່ນເດັກນ້ອຍ ແລະ ຜູ້ເຖົ້າ. ໄລ່ຮອດຕອນຄ່ຳວັນທີ 01 ຕຸລາ, ຈຳນວນຜູ້ເສຍຊີວິດໃນເຫດແຜ່ນດິນໄຫວ ແລະ ຄື້ນຍັກເພີ່ມຂຶ້ນເຖິງ 1.300 ຄົນ. ເຖິງຢ່າງໃດກໍ່ຕາມ, ຕົວເລກດັ່ງກ່າວບໍ່ແມ່ນຕົວເລກສຸດທ້າຍ.

ຕອບກັບ

ຂ່າວ/ບົດ​ອື່ນ