ລັດຖະບານອີຢີບອະນຸຍາດປະທາ ນາທິບໍດີຜັນຂະຫຍາຍທະຫານ ຢູ່ຕາມຖະຫນົນ

ລັດຖະບານອີຢີບອະນຸຍາດປະທາ ນາທິບໍດີຜັນຂະຫຍາຍທະຫານ ຢູ່ຕາມຖະຫນົນ - ảnh 1

(ພາບ:voh.com.vn)

(vovworld): ວັນ​ທີ 28/1, ລັດຖະບານ​ອີ​ຢີບ ​ໄດ້​ຮັບ​ຮອງ​ເອົາ​ຮ່າງ​ກົດໝາຍ​ສະບັບ​ໜຶ່ງອະນຸຍາດ​ໃຫ້​ປະທານາທິບໍດີ Mohamed Morsi ຜັນ​ຂະຫຍາຍກຳລັງ​ປະກອບ​ອາວຸດ​ບົນ​ຖະໜົນ​ສາຍ​ຕ່າງໆ​ເພື່ອ​ສົມທົບ ​ແລະ ໜູນ​ຊ່ວຍ​ຕຳຫຼວດ​ໃນ​ການປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ຮັກສາ​ຕຶກ​ອາຄານ​ສຳຄັນ​ແຫ່ງ​ຕ່າງໆ. ຖ້າ​ຫາກ​ວ່າສະພາ​ສູງ​ອີ​ຢີບ​ ​ຮັບຮອງ​ເອົາ​ຮ່າງ​ກົດໝາຍ​ສະບັບ​ນີ້​, ມັນ​ຈະ​ຖືກ​ນຳ​ໃຊ້​ຈົນ​ເຖິງ​ເວລາຫລັງກາ​ນ​ເລືອກ​ຕັ້ງສະພາ​ແຫ່ງ​ຊາດ​ທີ່​ຈະ​ມາ​ເຖິງ. ​ເລື່ອງຮັບຮອງ​ເອົາ​ຮ່າງ​ກົດໝາຍ​ສະບັບ​ດັ່ງກ່າວ​ຖືກ​ຖື​ວ່າ​ແມ່ນ​ຄວາມ​ມານະ​ພະຍາຍາມ​ຂອງ​ລັດຖະບານ​ອີ​ຢີບ ​ແລະ ສະພາ​ສູງ​ອີ​ຢີບ ​ໂດຍ​ຝ່າຍ​ມຸດ​ສະ​ລິ​ມ ກວມ​ເອົາ​ອັດຕາ​ສ່ວນ​ຫຼາຍ​ເພື່ອ​ແນ​ໃສ່​ສະກັດ​ກັ້ນສະພາບການ​ທີ່​ນັບ​ມື້​ນັບ​ຊົ່ວ​ຮ້າຍ​ລົງ.

   ວັນ​ທີ 28/1, ​ໄດ້​​ເກີດການ​ປະ​ທະ​ກັນ​ລະຫວ່າງ​ຕຳຫຼວດ ​ແລະ ຜູ້​ແຫ່​ຂະ​ບວນປະ​ທ້ວງຢູ່​ມໍ່​ກັບ​ສະໜາມ​ຫຼວງ Tahrir ​ໃນ​ສູນ​ການຄ້າຂອງ​ນະຄອນຫຼວງ​ກາຍ​ໂຣ ຊື່​ງ​ໄດ້​ເຮັດ​ໃຫ້​ຢ່າງ​ໜ້ອຍ​ສຸດ 1 ຄົນ​ເສຍ​ຊີວິດ. ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ໄດ້​ແກ່ວ​ງກ້ອນຫີນ​​ໃສ່​ຕຳຫຼວດ ​ແລະ ຕຳຫຼວດ​ໄດ້​ໂຕ້​ຕອບ​ຄືນ​ດ້ວຍ​​ແກັດ​ນ້ຳຕາ.

ຂ່າວ/ບົດ​ອື່ນ