ລັດຖະບານເຫັນດີວິທີການເປີດກ້ວາງສະໜາມບິນ ເຕີນເຊີນເຍີດ

(VOVWORLD) - ງປະຊຸມ, ບັນດສະມາຊິກຂອງຄະນະຜູ້ປະຈຳການລັດຖະບານ ໄດ້ສະໜັບສະໜູນວິທີການຍົກສະມັດຕະພາບຂອງສະໜາມບິນ ເຕີນເຊີນເຍີດ ຮັບໃຊ້ຜູ້ໂດຍສານແຕ່ 45 – 50 ລ້ານເທື່ອຄົນ/ປີ.
ລັດຖະບານເຫັນດີວິທີການເປີດກ້ວາງສະໜາມບິນ ເຕີນເຊີນເຍີດ - ảnh 1 ພາບປະກອບ

ວັນທີ 28 ມີນາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເປັນປະທານຈັດວາລະປະຊຸມຂອງຄະນະຜູ້ປະຈຳການລັດຖະບານ; ເຫັນດີເປັນເອກະພາບວິທີການເປີດກ້ວາງ ສະໜາມບິນ ເຕີນເຊີນເຍີດ ຕາມວິທີການຂອງບໍລິສັດປຶກສາເອກະລາດຂອງຝລັ່ງ ADPI. ທີ່ກອງປະຊຸມ, ບັນດສະມາຊິກຂອງຄະນະຜູ້ປະຈຳການລັດຖະບານ ໄດ້ສະໜັບສະໜູນວິທີການຍົກສະມັດຕະພາບຂອງສະໜາມບິນ ເຕີນເຊີນເຍີດ ຮັບໃຊ້ຜູ້ໂດຍສານແຕ່ 45 – 50 ລ້ານເທື່ອຄົນ/ປີ.

        ກ່າວຄຳເຫັນສະຫລຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວິທີການຂອງ ADPI ຍົກອອກມາຮັບປະກັນປະສິດທິຜົນຮອບດ້ານຈາກການນຳໃຊ້ທຶນ, ທີ່ດິນ ກໍ່ຄືເສດຖະກິດ, ເຕັກນິກ ແລະ ຄວາມໝັ້ນຄົງ, ຄວາມປອດໄພ. ບົນຈິດໃຈນັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ມອບໃຫ້ກະຊວງຄົມມະນາຄົມຂົນສົ່ງຊີ້ນຳບໍລິສັດໃຫ້ຄຳປຶກສາ ADPI ສົມທົບກັບອົງການທີ່ປຶກສາພາຍໃນປະເທດເພື່ອປະຕິບັດສຳເລັດວິທີການບົນພື້ນຖານຮັບປະກັນການນຳໃຊ້ທີ່ດິນດີທີ່ສຸດຢູ່ທັງພາກໃຕ້ ແລະ ພາກເໜືອ.

ຕອບກັບ

ຂ່າວ/ບົດ​ອື່ນ