ລັດຖະບານ​ແກ​້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ບໍລິສັດ​ໃຫຍ່ການບິນ​ຫວຽດນາມ

(VOVWORLD) -ທ່ານນາຍົກລັດຖະມົນຕີສະເໜີໃຫ້ບັນດາກະຊວງ, ຂະແໜງການ ຈົ່ງຮ່ວມແຮງຮ່ວມໃຈຍົກອອກບັນດາມາດຕະການຢ່າງຮີບດ່ວນຖືກຕ້ອງຕາມຂໍ້ກໍານົດກົດໝາຍ ເພື່ອໜູນຊ່ວຍຂະແໜງການບິນຫວຽດນາມ. 
ລັດຖະບານ​ແກ​້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ບໍລິສັດ​ໃຫຍ່ການບິນ​ຫວຽດນາມ - ảnh 1(ພາບປະກອບ: TTXVN) 

ຕອນບ່າຍວັນທີ 29 ມິຖຸນາ, ຢູ່ຮ່າໂນ້ຍ, ຄະນະຮັບຜິດຊອບວຽກງານພັກລັດຖະບານ ໄດ້ປະຊຸມປຶກສາຫາລືກ່ຽວກັບມາດຕະການແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ບໍລິສັດໃຫຍ່ການບິນຫວຽດນາມ (Vietnam Airlines) ທີ່ຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19.

ເນັ້ນໜັກເຖິງທີ່ຕັ້ງຂອງ Vietnam Airlines ສໍາລັບພື້ນຖານເສດຖະກິດ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ຕີລາຄາສູງຕໍ່ຄວາມມານະພະຍາຍາມຂອງ Vietnam Airlines ແລະ ບັນດາບໍລິສັດການບິນໃນໄລຍະຜ່ານມາ ເພື່ອມີລາຍໄດ້ໃນໄລຍະໂລກລະບາດໂຄວິດ - 19 ມີການຜັນແປຢ່າງສັບສົນໃນທົ່ວໂລກ ແລະ ບໍ່ມີທ່າອ່ຽງຫຼຸດລົງເທື່ອ, ອັນໄດ້ສົ່ງຜົນສະທ້ອນຢ່າງໜັກໜ່ວງເຖິງຂະແໜງການບິນໂລກ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ບັນດາກະຊວງ, ຂະແໜງການ ຈົ່ງຮ່ວມແຮງຮ່ວມໃຈຍົກອອກບັນດາມາດຕະການຢ່າງຮີບດ່ວນຖືກຕ້ອງຕາມຂໍ້ກໍານົດກົດໝາຍ ເພື່ອໜູນຊ່ວຍຂະແໜງການບິນຫວຽດນາມ. 

ຕອບກັບ

ຂ່າວ/ບົດ​ອື່ນ