ລັດຖະບານໃໝ່ຂອງ Yemen ສາບານຕົວ ຮັບດຳລົງຕຳແໜ່ງ


ລັດຖະບານໃໝ່ຂອງ  Yemen ສາບານຕົວ ຮັບດຳລົງຕຳແໜ່ງ - ảnh 1

​(ພາບ: nytimes.com )

 (vovworld)- ​ ວັນ​ທີ 9/11, ລັດຖະບານ​ໃໝ່​ຂອງ  Yemen ​ໄດ້​ຈັດ​ພິທີສາບານ​ຕົວ​ຮັບດຳລົງ​ຕຳ​ແໜ່​ງ​ໂດຍ​ບໍ່​ຫົວຊາ​ຕໍ່​ການ​ຄັດຄ້ານ​ຂອງ​ພັກ​ກອງ​ປະຊຸມ​ໃຫ່ຍປະຊາຊົນ​ທົ່ວ​ປະ​ເທດ (GPC) ກຳ​ອຳນາດ​ໂດຍ​ອະດີດ​ປະທານາທິບໍດີ Ali Abdullah Saleh ນຳ​ໜ້າ ​ແລະ ບັນດາ​ທະຫານ​ກະບົດ​ອິດຊະລາ​ມ Huothi ນິກາຍ​ຊີ​ອະ ພວມ​ຄວບ​ຄຸມ​ນະຄອນຫຼວງ. ລັດຖະບານ​ຂອງ Yemen ມີ​ລັດຖະມົນຕີ 29 ທ່ານລວມມີ​ບັນດາ​ສະມາຊິກ​ຂອງ GPC ​ແລະ ບາງ​ຄົນ​ສະໜິດສະໜົມ​ກັບກຸ່ມ ທະຫານ​ກະບົດ​ອິດຊະລາ​ມ Huothi. ​

  ພາຍຫຼັງ​ໄດ້​​ໂຕ້​ຖຽງ​ກັນ​ເປັນ​ເວລາ​ຫຼາຍ​ສັບປະດາ, ຝ່າຍ​ຕ່າງ​ຢູ່ Yemen ​ບັນລຸໄດ້ຂໍ້​ຕົກລົງ​ສະບັບ​ໜຶ່ງ​ໂດຍ ສປຊ ​ເປັນກາງ ຊື່​ງຕາມ​ນັ້ນ​ແລ້ວ, ທ່ານ Khaled Bahah ຖືກ​ແຕ່​ງຕັ້ງ​ເປັນ​ນາຍົກລັດຖະມົນຕີ ​ແລະ ຮັບຜິດຊອບ​ການສ້າງຕັ້ງລັດຖະບານ./.

ຂ່າວ/ບົດ​ອື່ນ