ລັດຖະບານໄທ ປະຕິເສດ ການເຈລະຈາກັບ ພວກກະບົດພາກໃຕ້

ລັດຖະບານໄທ ປະຕິເສດ   ການເຈລະຈາກັບ   ພວກກະບົດພາກໃຕ້ - ảnh 1
ໂຮງແຮມ Lee Gardens ຖືວາງລະເບີດ
ພາບປະກອບ:dantri.com

(vovworld) - ວັນ​ທີ 3/4 ລັດຖະບານ​ໄທ​ໄດ້​ປະຕິ​ເສດ​ການ​ເຈລະຈາ​ສັນ​ຕິ​ພາບ​ກັບ​ບັນດາ​ພວກ​ກະບົດ​ພາກ​​ໃຕ້. ຖະ​ແຫລ​ງການ​ດັ່ງກ່າວ​ຖືກ​ຍົກ​ອອກ​ມາ ພາຍຫລັງ​ບັນດາ​ພວກ​ກະບົດ​ອິດສະ​ລາມ ດຳ​ເນີນ​ການວາງ​ລະ​ເບີດ​ຫລາຍ​ຄັ້ງ​ຢູ່ ພາກ​ໃຕ້ ​​ເມື່ອ​ວັນ​ທີ 31/3 ​ເຮັດ​ໃຫ້​ຢ່າງ​ຫນ້ອຍ​ສຸດ 15 ຄົນ​ເສຍ​ຊີວິດ ​ແລະ ກວ່າ 500 ຄົນ​ຖືກ​ບາດ​ເຈັບ. ທ່ານ​ ຢຸດ​ທະ​ສັກ ສະສີ​ປະພາ ຮອງ​ນາຍົກລັດຖະມົນຕີ​ໄທ ​ໄດ້​ຢືນຢັນ​ວ່າ: ລັດຖະບານ​ບໍ່​ມີ​ນະ​ໂຍບາຍ​ເຈລະຈາ​ສັນຕິພາບ​ກັບ​ພວກ​ກະບົດ ​ເພາະວ່າ ສິ່ງ​ດັ່ງກ່າວ​​ຈະ​​ເປັນ​ການ​ຍຸ້​ແຍ່ບັນດາ​ຫນ່ວຍ​ແຍກ​ຕົວອອກ​ອື່ນ ​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ດ້ວຍ​ການ​ໃຊ້​ຄວາມ​ຮຸ​ນ​ແຮງເທົ່າ​ນັ້ນ.

​ໃນ​ວັນ​ດຽວ​ກັນ, ​ເຈົ້າ​ແຂວງ ​ແຂວງ ສົງ​ຂາ ​​ໄດ້ປະກາດ​ວ່າ ຈະ​ມອບ​​​ເງິນ​ຈຳ​ນວນ 500.000 ບາດໃຫ້​​ແກ່ຜູ້​ໃດສະຫນອງ​ຂໍ້​ມູນ​ຂ່າວ​ເພື່ອ​ຫນູນ​ຊ່ວຍ​ຈັບ​ຕົວ​ຫນຶ່ງ​ຈຳນວນ 2 ຄົນ​ທີ່​ຖືກ​ສົງ​ໃສວ່າ​ເປັນ​ຕົວ​ການ​ໃນ​ເຫດ​ວາງ​ລະ​ເບີດ​ຢູ່​​ໂຮງ​ແຮມ Lee Gardens ​ໃນແຂວງ​ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ