ລັດຖະບານໄທຮຽກຮ້ອງ ໃຫ້ຜູ້ນຳໜ້າກຸ່ມຄົນ ແຫ່ຂະບວນປະທ້ວງ ອອກຍອມຈຳນົນ

ລັດຖະບານໄທຮຽກຮ້ອງ ໃຫ້ຜູ້ນຳໜ້າກຸ່ມຄົນ ແຫ່ຂະບວນປະທ້ວງ ອອກຍອມຈຳນົນ - ảnh 1
(ພາບ: Bangkok Post)

(vovworld) - ວັນ​ທີ 04/12, ລັດຖະບານ​ໄທ ​​ໄດ້​ຖະ​ແຫຼ​ງວ່າ ຈະ​ບໍ່​ເຈລະຈາ​ກັບ​ຜູ້ນຳ​ກຸ່ມ​ຄົນ​ແຫ່​ຂະ​ບວນປະ​ທ້ວງ ສຸ​ເທບ ​ເທືອ​ກສຸບັນ ຍາມ​ໃດ​ບຸກຄົນນີ້​ຍັງ​ບໍ່​ທັນ​ອອກ​ຍອມ​ຈຳນົນ ​ແລະ ຕອບ​ຄຳ​ຖາມ​ບັນດາ​ການ​ກ່າວ​ຫາ​ດ້ານ​ກົດໝາຍ. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ, ທ່ານ​ລັດຖະມົນ​ຕີ​ກະຊວງ​ການ​ຕ່າງປະ​ເທດ​ໄທ ສຸລະພົງ ໂຕວິຈັກໄຊກຸນ, ທັງ​ເປັນ​ຫົວ​ໜ້າສະພາ​ຄວາມ​ໝັ້ນ​ຄົງ​ພາຍ​ໃນ​ປະ​ເທດພິ​ເສດ ​ໄດ້​ຢືນຢັນ​ວ່າ ​ເຖິງ​​ເວລາ​ແລ້ວ​ທີ່​ຕ້ອງອອກ​ຍອມ​ຈຳນົນ ຍ້ອນບຸກຄົນ​ນີ້​ໄດ້​ລະ​ເມີດ​ກົດໝາຍ​ຂອງ​ໄທ ຢ່າງໜັກ. ທ່ານ​ເນັ້ນ​ໜັກ​ວ່າ, ລັດຖະບານ​ຈະ​ບໍ່​ເຈລະຈາ​ກັບ​ຝ່າຍ​ຄ້ານ ຮອດ​ເວລາ​ໃດ​ທີ່ຜູ້ນຳ​ກຸ່ມ​ຄົນແຫ່​ຂະ​ບວນປະ​ທ້ວງ ສຸ​ເທບ ​ເທືອ​ກສຸບັນ ຍັງ​ບໍ່​ທັນສາລະພາບ​ໂທດ, ພ້ອມ​ທັງ​ກ່າວ​ເຕື່ອນບໍ່​ວ່າ​ຜູ້​​ໃດ​ທີ່ຊຸດ​ເຊື່​ອງບຸກຄົນ​ນີ້​ຈະ​ຖືກ​ຈັດ​ເຂົ້າ​ບັນຊີ​ລາຍ​ຊື່​ຜູ້​ກະທຳ​ຜິດ.

        ບັນດາ​ການ​ແຫ່​ຂະ​ບວນປະ​ທ້ວງ​ຕ້ານ​ລັດຖະບານ ​ແລະ ຕຳຫຼວດ​ທີ່​ແກ່ຍາວ​ໃນ​ຫຼາຍ​ມື້​ຜ່ານ​ມາ​ຢູ່​ໄທ ​ໄດ້​ຄ່ອຍ​ໆ​ຫຼຸດ​ລົງ ​ເພື່ອ​​ແນ​ໃສ່​ສະ​ແດງ​ຄວາມ​ເຄົາລົບ​ນັບຖືເນື່ອງ​ໃນ​ໂອກາດ​ວັດ​ເກີດ​ຄັ້ງ​ທີ 86 (05/12) ຂອງ​ພະ​ບາດ​ສົມ​ເດັດ​ພະ​ເຈົ້າພະ​ມະຫາ​ຊີວິດ ພູມີ​ພົນ ອາດຸນ​ຍະ​​ເດດ, ​ເຊິ່ງປະຊາຊົນ​ໄທ​ເຄົາລົບ​ນັບຖື​ຢ່າງ​ຍິ່ງ.

ຂ່າວ/ບົດ​ອື່ນ