ລັດຖະມົນຕີກະຊວງການຕ່າງປະເທດແດນມາກຢ້ຽມຢາມບັນດາແຂວງພາກໃຕ້ຫວຽດນາມ

ລັດຖະມົນຕີກະຊວງການຕ່າງປະເທດແດນມາກຢ້ຽມຢາມບັນດາແຂວງພາກໃຕ້ຫວຽດນາມ - ảnh 1
ທ່ານ ເລ​ແທງ​ລຽມ ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນນະ​ຄອນ​ໂຮ່​ຈິ​ມິນ
ຕ້ອນ​ຮັບທ່ານ Kirstian Jensen ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດແດນ​ມາກ
(ພາບ: TTXVN)

(vovworld)- ໃນ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ ຢູ່​ຫວຽດ​ນາມ ຕາມ​ຄຳ​ເຊີນ​ຂອງ ທ່ານ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ຟ້າມ​ບິ່ງ​ມິງ, ຕອນ​ບ່າຍ​ ວັນ​ທີ 12/10, ທ່ານ Kirstian Jensen ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດແດນ​ມາກ ຢ້ຽມ​ຢາມ ແລະ ເຮັດ​ວຽກ ຢູ່​ນະ​ຄອນ​ໂຮ່​ຈີ​ມິນ. ທີ່​ການ​ຕ້ອນ​ຮັບ ທ່ານ ລັດ​ຖະ​ມົນ​ຕີ Kirstian Jensen, ​ທ່ານ ເລ​ແທງ​ລຽມ ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນນະ​ຄອນ ໄດ້​ຕີ​ລາ​ຄາ​ສູງ​ ໃນການ​ຢ້ຽມ​ຢາມ​ຂອງ ທ່ານ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດແດນ​ມາກ, ຖື​ວ່າ​: ການ​ຢ້ຽມ​ຈະ​ເປັນ​ການ​​ຍູ້​​ແຮງການ​ພົວ​ພັນ​ຮ່ວມ​ມື ລະ​ຫວ່າງ ​ແດນ​ມາກ ແລະ ນະ​ຄອນ​ໂຮ່​ຈີ​ມິນ ກ່​ວາ​ອີກ. ທ່ານ ລັດ​ຖະ​ມົນ​ຕີ Kirstian Jensen ໃຫ້​ຮູ້​ວ່າ: ບັນ​ດາ​ວິ​ສາ​ຫະ​ກິດ​ແດນ​ມາກ ​ປາດ​ຖະ​ໜາ​ຈະ​ໄດ້​ລົງ​ທຶນ ແລະ ພ້ອ​ມ​ທີ່​ຈະ​ແບ່ງ​ປັນ​ ກັບ​ນະ​ຄອນ​ໂຮ່​ຈີ​ມິນ ບົດ​ຮຽນ​ກ່ຽວ​ກັບ​ການ​ສ້າງ​ຕົວເມືອງ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ປັບ​ປຸງ​ສະ​ພາບ​ແວດ​ລ້ອມ ແລະ ຍົກ​ສູງ​ຄຸນ​ນະ​ພາບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ. ໃນ​ໄລ​ຍະ​ທີ່ ​ຢູ່​ນະ​ຄອນ​ໂຮ່​ຈີ​ມິນ ທ່ານ​ ລັດ​ຖະ​ມົນ​ຕີ Kirstian Jensen ໄດ້​ໄປ​ຢ້ຽ​ມ​ຢາມ​ບາງ​ພື້ນ​ຖານ​ເສດ​ຖະ​ກິດ ​ຂອງ​ນັກ​ລົງ​ທຶນ​ແດນ​ມາກ ແລະ ຢ້ຽມ​ຊົມ​ຫໍ​ປະ​ຊຸມ​ສັນ​ຕິ​ພາບ.

        ໃນ​ວັນ​ດຽວ​ກັນ, ທ່ານ Kirstian Jensen ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ແດນ​ມາກ ໄດ​້​​ໄປຢ້ຽມ​ຢາມ ບໍ​ລິ​ສັດ Scancom ຫວຽດ​ນາມ ​ຈຳ​ກັດ, ດ້ວຍ​ເງິນ​ລົງ​ທຶນຂອງ​ແດນ​ມາກ 100%, ຊິ່ງ​ຕັ້ງຢູ່​ເຂດ​ອຸດ​ສາ​ຫະ​ກຳ ສ໋ອງ​ເທີ່ນ 1, ເມືອງ​ຢີ​ອານ, ແຂວງ​ບິ່ງ​ເຢືອງ.

ຂ່າວ/ບົດ​ອື່ນ