ລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງໂອ້ລົມ ກັບຜູ້ຟັງຜ່ານວິທະຍຸກະຈາຍສຽງຫວຽດນາມ

   ວັນ​ທີ 10 ມັງກອນ, ທ່ານ ດິງລາ​ທັງ ລັດຖະມົນຕີ​ກະຊວງ​ຄົມມະນາຄົມຂົນ​ສົ່ງຫວຽດນາມ​ໄດ້​ມີ​ການ​ໂອ້​ລົມ​ສົນທະນາ​ກັບ​ຜູ້​ຟັງ​ຜ່ານ​ລາຍການ​ອອກ​ອາກາດ​ສົດ​ຂອງ​ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ ກ່ຽວ​ກັບ​ຫຼາຍ​ບັນຫາ​ທີ່​ປະຊາຊົນ​ມີ​ຄວາມ​ສົນ​ໃຈ​ເປັນພິເສດ. ໃນນັ້ນ, ມີການເພີ່ມເຕີມຄ່າທຳນຽມຂອງການເຄື່ອນໄຫວຈໍລະຈອນ ສຳລັບຍານພາຫະນະສ່ວນຕົວຢູ່ຫວຽດນາມ ແລະ ຄ່າທຳນຽມຂອງລົດໂອໂຕເມື່ອ ແລ່ນຮອດໃຈກາງ ນະຄອນໃນຊົ່ວໂມງຍອດສູງ ຊຶ່ງທາງກະຊວງໄດ້ຍື່ນສະເໜີຕໍ່ ລັດຖະບານ. ນີ້ຖືກຖືວ່າ ແມ່ນໜຶ່ງໃນບັນດາ ມາດຕະການທີ່ຮີບດ່ວນ ເພື່ອແນໃສ່ ຈຳກັດ ແລະຫຼຸດຜ່ອນອຸບັດຕິເຫດທາງຄົມມະນາຄົມ ແລະ ສະກັດກັ້ນສະພາບ ລົດຕິດຢູ່ຕາມທ້ອງຖະໜົນ ໃນເຂດຕົວເມືອງໃຫຍ່. ທ່ານລັດຖະມົນຕີ​ກະຊວງ​ຄົມມະນາຄົມຂົນ​ສົ່ງຫວຽດນາມ ດິງລາ​ທັງ ໃຫ້ຮູ້ວ່າ :

  “ ຄະນະກຳມະການກ່ຽວກັບຄວາມປອດໄພທາງດ້ານຄົມມະນາຄົມແຫ່ງຊາດໄດ້ ມີບົດ​ສະຫຼຸບ​ຢູ່​ທີ່​ກອງ​ປະຊຸມກ່ຽວກັບຄວາມປອດໄພທາງດ້ານຄົມມະນາຄົມ ແຫ່ງ ຊາດປີ 2011. ນັ້ນ​ແມ່ນ​ຕ້ອງ​ຮີບ​ເຮັ່ງ​ສ້າງ ​ແລະ ຍື່ນ​ສະ​ເໜີ​ເພື່ອ​ໃຫ້​ສະພາ​ແຫ່ງ​ຊາດ​ປະກາ​ດ​ໃຊ້ບັນດາ​ວິທີ​ການ​ແກ້​ໄຂ​ຢ່າງ​ຮີບ​ດ່ວນ, ​ໃນ​ນັ້ນ​ມີ ມີການເພີ່ມເຕີມ ຄ່າທຳນຽມຂອງການເຄື່ອນໄຫວຈໍລະຈອນ ສຳລັບຍານພາຫະນະສ່ວນຕົວ ຢູ່ ຫວຽດນາມ ແລະ ຄ່າທຳນຽມຂອງລົດໂອໂຕເມື່ອ ແລ່ນຮອດໃຈກາງນະຄອນໃນ ຊົ່ວໂມງຍອດສູງ. ​ເພື່ອ​ສ້າງ​ເອກະສານ​ຍື່ນ​ສະ​ເໜີ​ເຊັ່ນ​ນັ້ນ, ພວກ​ຂ້າພະ​ເຈົ້າ​ພິຈາລະນາ​ຢ່າງ​ລະອຽດ​ທີ່​ສຸດ​ກ່ຽວ​ກັບ​ບັນດາ​ເອກະສານ​ນິຕິ​ກຳ​ຂອງ​ລັດ, ສະພາບ​ການຕົວ​ຈິງ​ຂອງ​ປະ​ເທດ​ຊາດ, ມີ​ການ​ທາ​ບທາມ​ກ່ຽວ​ກັບ​ບົດຮຽນ, ປະສົບ​ການ​ຈາກ​ປະ​ເທດ​ຕ່າງໆ​ໃນ​ໂລກ ”

   ທ່ານລັດຖະມົນຕີ​ກະຊວງ​ຄົມມະນາຄົມຂົນ​ສົ່ງຫວຽດນາມ ດິງລາ​ທັງຢືນຢັນ​ວ່າ ວິທີການ​ແກ້​ໄຂດ້ວຍ​ການ​ເກັບ​ຄ່າ​ທຳນຽມ​ນີ້ ພວມ​ໄດ້​ຮັບ​ການ​ພິຈາລະນາ​ຈາກ​ບັນດາ​ອົງການ​ທີ່​ມີໜ້າ​ທີ່​ຮັບ​ຜິດ​ຊອບ, ກ່ອນ​ທີ່​ຈະ​ມີ​ຂໍ້ຄວາມ​ຕັດສິນ​ສຸດ​ທ້າຍ ຍ້ອນ​ວ່າການ​ກຳນົດ​ນີ້ ຕ້ອງ​ໄດ້​ຮັບ​ການ​ຕອບສະໜອງ ສະໜັບສະໜູ​ນຈາກ​ປະຊາຊົນ ທຸກທົ່ວ​ໜ້າ . 

ຂ່າວ/ບົດ​ອື່ນ