ລ​ັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ອາ​ເມ​ລິ​ກາ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ພິ​​ພາກ​ສາ​ລົງ​ໂທດ​ບັນ​ດາບຸກ​ຄົນ​ທີ່​ເຂົ້າ​ຮ່ວມ​ການ​ບຸກ​ໂຈມ​ຕີ​ຢູ່ ໂນ​ນ Capitol

(VOVWORLD) -ທ່ານ Merrick Garland ຜູ້ພິພາກສາສານອຸທອນສະຫະລັດ ໃຫ້ຮູ້ວ່າ ທ່ານຈະລົບລ້າງທຸກການກະທຳແຊກແຊງເຂົ້າບັນຫາການເມືອງຂອງກະຊວງ ຍຸຕິທຳ ໂດຍທ່ານ Donald Trump ປະໄວ້.
ລ​ັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ອາ​ເມ​ລິ​ກາ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ພິ​​ພາກ​ສາ​ລົງ​ໂທດ​ບັນ​ດາບຸກ​ຄົນ​ທີ່​ເຂົ້າ​ຮ່ວມ​ການ​ບຸກ​ໂຈມ​ຕີ​ຢູ່ ໂນ​ນ Capitol - ảnh 1ຜູ້ແຫ່ຂະບວນປະທ້ວງ ເຕົ້າໂຮມກັນຢູ່ນອກຫໍສະພາແຫ່ງຊາດ ໃນວັນທີ 6 ມັງກອນ (ພາບ:THX/TTXVN)
ວັນທີ 20 ກຸມພາ, ທ່ານ Merrick Garland  - ຜູູ້ທີ່ໄດ້ຮັບການສະເໜີໃຫ້ດຳລົງຕຳແໜ່ງເປັນລັດຖະມົນຕີກະຊວງ ຍຸຕິທຳ ອາເມລິກາ ໄດ້ໃຫ້ຄຳໝັ້ນສັນຍາ ຈະເຮັດໃຫ້ການເຄື່ອນໄຫວຂອງກະຊວງຊື່ຕົງ ບໍ່ເພື່ອເປົ້າໝາຍການເມືອງ ແລະ ເດັດດ່ຽວສັ່ງຟ້ອງຂຶ້ນສານບຸກຄົນທີ່ສະໜັບສະໜູນອະດີດປະທານາທິບໍດີ Donald Trump ໃນການບຸກໂຈມຕີໂນນ Capitol ໃນເດືອນ ມັງກອນ 2021.

        ໃນບົດກ່າວປາໄສ ກະກຽມໃຫ້ແກ່ວາລະປະຊຸມຢັ້ງຢືນຮັບດຳລົງຕຳແໜ່ງເປັນລັດຖະມົນຕີກະຊວງຍຸຕິທຳ ອາເມລິກາ, ທ່ານ Merrick Garland ຜູ້ພິພາກສາສານອຸທອນສະຫະລັດ ໃຫ້ຮູ້ວ່າ ທ່ານຈະລົບລ້າງທຸກການກະທຳແຊກແຊງເຂົ້າບັນຫາການເມືອງຂອງກະຊວງ ຍຸຕິທຳ ໂດຍທ່ານ Donald Trump ປະໄວ້. ທ່ານ Merrick Garland   ໃຫ້ຄຳໝັ້ນສັນຍາວ່າ ຖ້າຫາກ ທ່ານໄດ້ຮັບການຢັ້ງຢືນໃຫ້ດຳລົງຕຳແໜ່ງເປັນລັດຖະມົນຕີກະຊວງຍຸຕິທຳ, ທ່ານຈະຕິດຕາມການສືບສວນບຸກຄົນທີ່ມີແນວຄວາມຄິດວ່າ ຄົນຜິວຂາວແມ່ນຄົນຊັ້ນສູງ ແລະ ບຸກຄົນທີ່ເຂົ້າຮ່ວມການບຸກໂຈມຕີໂນນ Capitol ໃນວັນທີ 6 ມັງກອນ ຜ່ານມາ. ທ່ານກໍໃຫ້ຮູ້ວ່າ ທ່ານຈະຊີ້ໃຫ້ເຫັນຢ່າງຈະແຈ້ງກ່ຽວກັບບັນດາການສືບສວນຂອງກົມສືບສວນສະຫະລັດ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ