ລັດຖະມົນຕີກະຊວງຕຳຫຼວດ Tran Dai Quang ເຂົ້າຮ່ວມວັນບຸນມະຫາ ສາມັກຄີທົ່ວປວງຊົນທັງຊາດ

ລັດຖະມົນຕີກະຊວງຕຳຫຼວດ Tran Dai Quang ເຂົ້າຮ່ວມວັນບຸນມະຫາ ສາມັກຄີທົ່ວປວງຊົນທັງຊາດ - ảnh 1
ພົນ​ໂທ Tran Dai Quang ເຂົ້າ​ຮ່ວມ​ວັນ​ບຸນມະຫາສາມັກຄີ​
ທົ່ວ​ປວງ​ຊົນ​ທັງ​ຊາດຢູ່​ເຂດ​ຊຸມ​ຊົນ​​ Nam Thang Long 1
(ພາບ: cand.com.vn)


(vovworld) -     ຕອນ​ຄໍ່າ​ວັນ​ທີ 18/11, ພົນ​ໂທ Tran Dai Quang, ກຳມະການ​ກົມ​ການ​ເມືອງ, ລັດຖະມົນຕີ​ກະຊວງ​ຕຳຫຼວດ ​ໄດ້​ເຂົ້າ​ຮ່ວມ​ວັນ​ບຸນມະຫາສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດຢູ່​ເຂດ​ຊຸມ​ຊົນ​​ Nam Thang Long 1, ຕາ​ແສງ Nhan Chinh, ​ເມືອງ Thanh Xuan, ນະຄອນ​ຮ່າ​ໂນ້ຍ. ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ປະຊາຊົນ​ໃນ​ເຂດ​ພ້ອມ​ກັນ​ຫວນ​ຄືນ​ມູນ​ເຊື້ອ​ສາມັກຄີ ​ແລະ ​​ໄຊຊະນະ​ຂອງ​ແນວ​ໂຮມ​​ເອກະ​ພາບ​​ແຫ່ງ​ຊາດຫວຽດນາມ (ປະຈຸ​ບັນ​ແມ່ນ ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ) ​ໃນ​ຕະຫຼອດ 82 ປີຜ່ານ​ມາ, ຕີ​ລາຄາ​ກ່ຽວ​ກັບ​ໝາກຜົນ​ການ​ປະຕິບັດ​ບັ້ນ​ຂົນ​ຂວາ​ຍ “ທົ່ວ​ປວງ​ຊົນທັງ​ຊາດ​ສາມັກຄີ​ສ້າງ​ຊີວິດ​ທາງ​ດ້ານວັດທະນະທຳ​ຢູ່​ເຂດ​ຊຸມ​ຊົນ” ​ແລະ ບັ້ນ​ຂົນຂວາຍ “ວັນ​ເພື່ອ​ຄົນ​ທຸກ​ຍາກ” ​ໃນ​ປີ 2012. ນະ​ທີ່​ນີ້, ພົນ​ໂທ Tran Dai Quang ປາຖະໜາ​ວ່າ ພໍ​ແມ່​ພີ່ນ້ອງ​ໃນ​ເຂດ​ຊຸມ​ຊົນ ຈະ​ສືບ​ຕໍ່​ຮັກສາ, ປັບປຸງ​ຄວາມ​ສາມັກຄີ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ປ່ຽນ​ໃໝ່, ​ເຮັດ​ໃຫ້​ຂະ​ບວນການ​ທຸກ​ດ້ານຂອງ​ເຂດ​ຊຸມ​ຊົນ​ນັບ​ມື້​ນັບພົ້ນ​ເດັ່ນ, ສ້າງ​ປະຊາ​ຄົມ​ເຂດ​ຊຸມ​ຊົນ​​ໃຫ້​ມີ​ສະຖຽນ​ລະ​ພາບ ​ແລະ ພັດທະນາ​ດ້ວຍ​ບັນດາ​ວຽກ​ງານ​ລະອຽດ.

ຂ່າວ/ບົດ​ອື່ນ