ລັດຖະມົນຕີກະຊວງຕຳຫຼວດໂຕເລີມຕ້ອນຮັບຄະນະວິສາຫະກິດຂັ້ນສູງສະພາດຳເນີນທຸລະກິດອາເມລິກາ-ອາຊຽນ

ລັດຖະມົນຕີກະຊວງຕຳຫຼວດໂຕເລີມຕ້ອນຮັບຄະນະວິສາຫະກິດຂັ້ນສູງສະພາດຳເນີນທຸລະກິດອາເມລິກາ-ອາຊຽນ - ảnh 1
ລັດຖະມົນຕີກະຊວງຕຳຫຼວດໂຕເລີມຕ້ອນຮັບຄະນະວິສາຫະກິດຂັ້ນສູງ
ສະພາດຳເນີນທຸລະກິດອາເມລິກາ-ອາຊຽນ
(ພາບ: TTXVN)

(vovworld) - ຕອນ​ບ່າຍ​ວັນ​ທີ 26/08, ຢູ່​ຮ່າ​ໂນ້ຍ, ພົນ​ໂທ ໂຕ​ເລີມ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕ​ຳ​ຫຼວດ​ຫວຽດ​ນາມ ໄດ້​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ວິ​ສາ​ຫະ​ກິດ​ຂັ້​ນ​ສູງສະ​ພາ​ດຳ​ເນີນ​ທຸ​ລະ​ກິດ​ອາ​ເມ​ລິ​ກາ - ອາ​ຊຽນ ໂດຍ​ທ່ານ Michael Michalak, ອ​ະ​ດີດ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ອາ​ເມ​ລິ​ກາ ປະ​ຈຳ​ຫວຽດ​ນາມ ນຳ​ໜ້າ, ພວມ​ມີ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ຫວຽດ​ນາມ. ທ່ານ​ລັດ​ຖະ​ມົນ​ຕີ ໂຕ​ເລີມ ເນັ້ນ​ໜັກ​ວ່າ, ປະ​ຈຸ​ບັນ​, ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ - ອາ​ເມ​ລິ​ກາ ພວມ​ມີ​ບາດ​ກ້າວ​ພັດ​ທະ​ນາ​ຢ່າງ​ດີ​ງາມໃນ​ທຸກ​ຂົງ​ເຂດ. ທ່ານ​ລັດ​ຖະ​ມົນ​ຕີ ໂຕ​ເລີມ ຢືນ​ຢັນ​ວ່າ: ໃນ​ໄລ​ຍະ​ຈະ​ມາ​ເຖິງ, ກະ​ຊວງ​ຕຳ​ຫຼວດ​ຫວຽດ​ນາມ ຈະ​ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັ​ນ​ຮ່ວມ​ມື​ກັບ​ບັນ​ດາ​ອົງ​ການ​ທີ່​ມີ​ໜ້າ​ທີ່ຮັບ​ຜິດ​ຊ​ອບ​ຂອງ​ອາ​ເມ​ລິ​ກາ​ ກວ່າ​ອີກ; ພ້ອມ​ທັງ​ຮັບ​ປະ​ກັນ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ສະ​ດວກ​ທີ່​ສຸດ ເພື່ອ​ໃຫ້​ບັນ​ດາ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ເວົ້າ​ລວມ, ບັນ​ດາ​ວິ​ສາ​ຫະ​ກິດ​ອາ​ເມ​ລິ​ກາ ເວົ້າ​ສະ​ເພາະ ພັດ​ທະ​ນາ​ຢ່າງ​ປອດ​ໄສ, ບັນ​ລຸ​ປະ​ສິດ​ທິ​ຜົນ​ສູງ​ສຸ​ດ​ຢູ່​ຫວຽດນາມ. ນອກ​ຈ​າກ​ບັນ​ດາ​ຂົງ​ເຂດ​ຮ່ວມ​ມື​ທີ່​ພວມ​ປະ​ຕິ​ບັດ​ແລ້ວ, ກະ​ຊວງ​ຕຳ​ຫຼວດ ປາດ​ຖະ​ໜາ​ວ່າ, 2 ຝ່າຍ​ຈະ​ພັດ​ທະ​ນາ​ການ​ຮ່ວມ​ມື​ດ້ານ​ເຕັກ​ນິກ, ມອບ​ສົ່ງ​ເຕັກ​ໂນ​ໂລ​ຊ​ີ, ​ໃຫ້​ຄຳປຶກ​ສາ​ດ້ານ​ເຕັກ​ນິກ, ຮັບ​ໃ​ຊ້​ວຽກ​ງານ​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ… ​ສ່ວນທ່ານ Michael Michalak ສະ​ແດງ​ຄວາມ​ຕັດ​ສິນ​ໃຈ​ເປີດກວ້າງ​ການ​ລົງ​ທຶນ ແລະ ພັດ​ທະ​ນາ​ຢ່າງ​ຍາວ​ນານ​ຢູ່​ຫວຽດ​ນາມ ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ