ລັດຖະມົນຕີກະຊວງປ້ອງກັນປະເທດ ອີຢີບ ກ່າວເຕືອນລັດອາດຈະຖືກພັງທະລາຍ

(vovworld) - ວັນ​ທີ 29/1, ນາຍ​ພົນ Abdel Fattah al Sissi ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ອີ​ຢີບ ກ່າວ​ເຕືອນວ່າ: ວິ​ກິດ​ການ​ການ​ເມືອງ​ຢູ່​ປະ​ເທດ​ນີ້ ອາດ​ຈະ​​ເຮັດ​ໃຫ້ລັດ​ຖືກ​ລົ້ມ​ລະລາຍ, ​ໃນ​ສະພາບ​ປະຊາຊົນ​ນັບ​ພັນ​ຄົນ​ຄັດຄ້ານ​ຄຳ​ສັ່ງ​​ໄອ​ຍະ​ການ​ເສີກ ​ແລະ ຈຳນວນ​ຜູ້​ຖືກ​​ເສຍ​ຊີວິດ​ທີ່ການ​ຈະລາຈົນ​​ໃນ​ຊຸມ​ມື້​ຜ່ານ​ມາ​ໄດ້​ຂຶ້ນ​ເຖິງ 52 ຄົນ. ກ່າວ​ຄຳ​ເຫັນ​ທາງ Facebook ຂອງ​ຕົນ, ທ່ານ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ອີ​ຢີບ Abdel Fattah al Sissi ​ໄດ້​ເນັ້ນ​ຫນັກ​ວ່າ: ການ​ປະ​ທະ​ກັນ​ລະຫວ່າງ​ບັນດາ​ກຳລັງ​ການ​ເມືອງ ​ແລະ ຄວາມ​ບໍ່​ລົງ​ລອຍ​ກັນ​ທີ່​ກ່ຽວຂ້ອງ​ເຖິງ​ການ​ບໍລິຫານ​ປະ​ເທດ​ຊາດ ອາດ​ຈະ​ເຮ​ັດ​ໃຫ້​ລັດ​ຖືກ​ພັງ​ທະລາ​ຍ ​ແລະ ນາບ​ຂູ່​ເຖິງ​ລຸ້ນຄົນ​​ໃນ​ອະນາຄົດ. ທ່ານ​ກໍ​ກ່າວ​ເຕືອນ​ວ່າ ບັນດາ​ບັນຫາ​ການ​ເມືອງ, ​ເສດຖະກິດ, ສັງຄົມ ​ແລະ ຄວາມ​ໝັ້ນຄົງ ຊື່​ງອີ​ຢີບ ຕ້ອງ​ປະ​ເຊີນ​ຫນ້າ ພວມ​ນາບ​ຂູ່​ຕໍ່​ຄວາມ​ໝັ້ນຄົງ ​ແລະ ສະຖຽນ​ລະ​ພາບ​ຂອງ​ປະ​ເທດ​ຊາດ. ທ່ານ​ກໍ​ໃຫ້​ຄຳ​ໝັ້ນ​ໝາຍ ຈະ​ປົກ​ປັກ​ຮັກສາ​ລະບົບ​ພື້ນຖານ​ໂຄງ​ລ່າງ​ສຳຄັນ​ຂອງ​ປະ​ເທດ​ຊາດ, ​ໃນ​ນັ້ນ ມີ​ຄອງ​ Suez .

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ