ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ ຢ້ຽມ​ຢາມ ຢູ​ແກຼນ ຄັ້ງ​ທີ 4

(VOVWORLD) - ການຢ້ຽມຢາມດຳເນີນກ່ອນທີ່ຈະຈັດການເລືອກຕັ້ງປະທານາທິບໍດີ ອາເມລິກາ (ໃນວັນທີ 5 ພະຈິກ ຈະມາເຖິງ) ພຽງແຕ່ 2 ອາທິດ.
ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ ຢ້ຽມ​ຢາມ ຢູ​ແກຼນ ຄັ້ງ​ທີ 4 - ảnh 1ທ່ານ  Lloyd Austin ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ (ພາບ: TTXVN)

ວັນທີ 21 ຕຸລາ, ທ່ານ  Lloyd Austin ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ໄດ້ເລີ່ມຕົ້ນການຢ້ຽມຢາມ  ຢູແກຼນ. ການຢ້ຽມຢາມດຳເນີນກ່ອນທີ່ຈະຈັດການເລືອກຕັ້ງປະທານາທິບໍດີ ອາເມລິກາ (ໃນວັນທີ 5 ພະຈິກ ຈະມາເຖິງ) ພຽງແຕ່ 2 ອາທິດ. ນີ້ແມ່ນການຢ້ຽມຢາມ ຢູແກຼນ ຄັ້ງທີ 4 ແລະ ອາດຈະແມ່ນການຢ້ຽມຢາມຄັ້ງສຸດທ້າຍຂອງທ່ານ Lloyd Austin ໃນຖານະຕຳແຫນ່ງລັດຖະມົນຕີກະຊວງປ້ອງກັນປະເທດ ພາຍໃຕ້ອຳນາດການປົກຄອງຂອງທ່ານປະທານາທິບໍດີ Joe Biden.

ການຢ້ຽມຢາມໄດ້ຕັ້ງຄວາມຫວັງຈະສຸມໃສ່ຄວາມມານະພະຍາຍາມຂອງ ອາເມລິກາ ເພື່ອແນໃສ່ຊ່ວຍເພີ່ມທະວີກຳລັງຄວາມສາມາດປ້ອງກັນຕົວຂອງ ຢູແກຼນ ໃນສະພາບການບັນດາກຳລັງຂອງລັດເຊຍ ພວມຍາດໄດ້ສິດຄວບຄຸມຢູ່ເຂດທາງທິດຕາເວັນອອກຂອງປະເທດນີ້. ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ໄດ້ປະກາດບ້ວງຊ່ວຍເຫລືອດ້ານການທະຫານໃຫມ່ ລວມມູນຄ່າ 400 ລ້ານ USD ໃຫ້ແກ່ ຢູແກຼນ.

ນັກຂ່າວ VOVປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ