ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິການ, ເຢຍລະມັນ ຢ້ຽມຢາມ ອາບການິດສະຖານ

ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິການ, ເຢຍລະມັນ ຢ້ຽມຢາມ ອາບການິດສະຖານ - ảnh 1
ທ່ານ Leon Panetta, ລັດຖະມົນຕີ​ກະຊວງ​
ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ
(ພາບ: AFP)

(vovworld) - ວັນ​ທີ 14/3, ທ່ານ Leon Panetta, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ ​​ໄປ​ຢ້ຽມຢາມ ອາບ​ກາ​ນິດ​ສະຖານ, ​ໃນ​ສະພາບ​ການ​ທີ່​ການ​ພົວພັນ​ລະຫວ່າງ ອາ​ເມ​ລິ​ກາ ​ແລະ ອາບ​ກາ​ນິດ​ສະຖານ ​ພວມເຄັ່ງ​ຕຶງ​ພາຍຫຼັງ​​ເຫດການ​ຈູດ​ປື້​ມຄຳ​ພີ Koran ຢູ່​ຖານ​ທີ່​ໝັ້ນການ​ທະຫານ​ຂອງ ອາ​ເມ​ລິ​ການ ​ແຫ່ງ​ໜຶ່ງ ​ແລະ ​ເຫດການ​ນັກຮົບ​ອາ​ເມ​ລິ​ກາ ຄົນ​ໜຶ່ງ​ຍິງ​ປືນ​ເຂັ່ນຂ້າ​ສາມັນ​ຊົນ ອາບ​ກາ​ນິດ​ສະຖານ 16 ຄົນ. ທ່ານ​ລັດຖະມົນ​ຕີ Leon Panetta ​ເນັ້ນ​ໜັກ​ວ່າ: 2 ​ເຫດ​ການ​ດັ່ງກ່າວ​ພວມ​ວາງ​ອອກ​ບັນດາ​ການ​ທ້າ​ທາຍ, ຄວາ​ມຫຍຸ້ງຍາກ​ທີ່​ມີ​ຕໍ​ພາລະ​ກຳຂອງ ອາ​ເມ​ລິ​ກາ​ຢູ່ ອາບ​ກາ​ນິດ​ສະຖານ ​ແລະ ອາ​ເມ​ລິ​ກາ​ ຈະ​ບໍ່​ປະ​ໃຫ້ການ​ກະທຳຂອງ​ບຸກຄົນ​ໃດ​ໆ ສົ່ງ​ຜົນ​ສະທ້ອນ​ເຖິງ​ຄວາມ​ມານະ​ພະຍາຍາມ​ຕໍ່ສູ້​ລວມ. ຄາດ​ວ່າ, ທ່ານ​ລັດຖະມົນຕີ Leon Panetta ຈະ​ມີ​ການ​ພົບ​ປະ​ກັບ ປະທານາທິບໍດີ ອາບ​ກາ​ນິດ​ສະຖານ Hamid Karzai ​ແລະ ​ເຈົ້າ​ໜ້າ​ທີ​ອື່ນ​ຈຳນວນ​ໜຶ່ງ. ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ ສະຫະພັນ​ເຢຍລະ​ມັນ Thomas  De Maiziere ກໍ​ໄປ​ຍັງ ອາບ​ການິດສະຖານ. ຄາດ​ວ່າ, ທ່ານ Thomas  De Maiziere ຈະ​ມີ​ການ​ພົບ​ປະ​ກັບ​ປະທານາທິບໍດີ Hamid Karzai  ​ແລະ ຄູ່​ຕຳ​ແໜ່ງປະ​ເທດ​ເຈົ້າພາບ Abdul Rahim Wardak.

ຂ່າວ/ບົດ​ອື່ນ