ລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາຮັບຮູ້ບັ້ນຮົບຕ້ານISຈະແກ່ຍາວ

ລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາຮັບຮູ້ບັ້ນຮົບຕ້ານISຈະແກ່ຍາວ - ảnh 1
ການ​ປະ​ທະ​ກັນ​ຍັງ​ຄົງ​ເກີດ​ຂຶ້ນ​ຢູ່ Kobani
(ພາບ: baomoi.com)

(vovworld) – ວັນ​ທີ 11/10, ທ່ານ​ລັດ​ຖະ​ມົນ​ຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ Chuck Hagel ໄດ້​ຮັບ​ຮູ້​ວ່າ: ເລື່ອງ​ດັບ​ສູນ​ກຳ​ລັງ “ລັດ​ອິດ​ສະ​ລາມ” (IS) ໂດຍ​ຂະ​ໜານ​ນາມ​ເອງ​ແມ່ນບັ້ນ​ຮົບ​ຍາວ​ນານ ແລະ ລ​ຳ​ບາກ. ຖະ​ແຫຼງ​ການ​ດັ່ງ​ກ່​າວ​ໄດ້​ຍົກ​ອອກ​ມາ​ໃນ​ສະ​ພາບ​ການ​ສຳ​ພັນ​ທະ​ມິດ​ສາ​ກົນ ໂດຍ​ອາ​ເມ​ລິ​ກາ ນຳ​ໜ້າ, ພວມ​ເພີ່ມ​ທະ​ວີ​ບັນ​ດາ​ການບ​ຸກ​ໂຈມ​ຕີ​ເພື່ອ​ແນ​ໃສ່​ຂັບ​ໄລ່​ກຳ​ລັງ IS ປະ​ຈຸ​ບັນ​ພວມ​ຍາດ​ໄດ້​ສ່ວນ​ເກີນ​ໃນ​ບັ້​ນ​ຮົບ​ທາງ​ບົກ​ຢູ່​ເທດ​ສະ​ບານ Kobani ຂອງ ຊີ​ຣີ. ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ, ຖື​ວ່າ: ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ສາ​ກົນ​ໄດ້​ບັນ​ລຸ​ໄຊ​ຊະ​ນະ​ຈຳ​ນວນ​ໜຶ່ງ​ໃນ​ການ​ຂັບ​ໄລ່ IS. ຕາມ​ທ່ານ​ແລ້ວ, ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຂອງ​ລັດ​ຖະ​ບານ ອີ​ຣັກ ໄດ້​ຄວບ​ຄຸ​ມ​ນະ​ຄອນຫຼວງ ແບດ​ແດດ ແຕ່​ນະ​ຄອນ Kobani ຢູ່ ຊີ​ຣີ ຍັງ​ແມ່ນ​ບັນ​ຫາ​ຫຍຸ້ງ​ຍາກ​ທີ່​ສຸດ, ພ້ອ​ມ​ທັງ​ຢັ້ງ​ຢືນ​ວ່າ: ບັນ​ດາ​ການ​ບຸກ​ໂຈມ​ຕີ​ບັນ​ລຸ​ໄດ້​ຄວາມຄືບ​ໜ້າ​ໃນ​ການ​ຍູ້​ຖອຍ IS ອອກ​ໄປ. ຕາ​ມ​ທ່ານ Hagel ແລ້ວ, ບັ້​ນ​ຮົບ​ຕ້ານ IS ແມ່ນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຍາວ​ນານ ແລະ ຮຽກ​ຮ້ອງ​ໃຫ້​ມີຫຼາຍ​ປັດ​ໄຈ, ພ້ອມ​ທັງ​ຢັ້ງ​ຢືນ​ຈະ​ສືບ​ຕໍ່​ໜູນ​ຊ່ວຍ ອີ​ຣັກ ດ້ວຍ​ທາງ​ອາ​ກາດ, ອຸ​ປະ​ຖຳ ແລະ ບັນ​ດາ​ຜູ້​ທີ່​ປຶກ​ສາ.

 



ຂ່າວ/ບົດ​ອື່ນ