ລັດຖະມົນຕີກະຊວງສາທາລະນະສຸກ ແລະ ກະຊວງແຜນການ ແລະ ການລົງທຶນໂອ້ລົມສົນທະນາໂດຍກົງ

ລັດຖະມົນຕີກະຊວງສາທາລະນະສຸກ ແລະ ກະຊວງແຜນການ ແລະ ການລົງທຶນໂອ້ລົມສົນທະນາໂດຍກົງ - ảnh 1
ທ່ານນາງ​ລັດ​ຖະມົນຕີກະຊວງ​
ສາທາລະນະ​ສຸກ ຫງວຽນ​ທິກິມຕ໋ຽນ
( ພາບ: hanoimoi.com.vn )
( vovworld ) - ວັນ​ທີ 16/3, ຢູ່​ປະຕູ້​ຖານຂໍ້​ມູນ​​ເອ​ເລກ​ໂຕ​ນິກລັດຖະບານ, ທ່ານນາງ​ລັດ​ຖະມົນຕີກະຊວງ​ສາທາລະນະ​ສຸກ ຫງວຽນ​ທິກິມຕ໋ຽນ ​ແລະ ທ່ານລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ບຸຍກວາງ​ວິ​ງ ​ມີການ​ໂອ້​ລົມ​ສົນທະນາໂດຍ​ກົງ​ຜ່ານ​ເຄື່ອຂ່າຍ​ອີນ​ເຕີ​ແນດກັບ​ປະຊາຊົນ, ກ່ຽວ​ກັບ​ບັນດາ​ບັນຫາ​ເຊິ່ງທັງສອງ​ກະຊວງ​ພວມ​ຄຸ້ມ​ຄອງ​ໂດຍ​ກົງ. ກ່ຽວ​ກັບ​ທາງ​ດ້ານສາທາລະນະ​ສຸກ, ການ​ໂອ້​ລົມ​ສົນທະນາເພື່ອ​ແນ​ໃສ່​​ເຮັດແຈງ​ຄວາມ​ຕ້ອງການ, ​ເນື້ອ​ໃນ ​ແລະ ລະ​ດັບ​ປັບລາຄາ​ການ​ບໍລິການ​ສາທາລະນະ​ສຸກ, ນະ​ໂຍບາຍ​ໜູນຊ່ວຍ​ບັນດາ​ເປົ້າ​ໝາຍ​​ໃນ​​ນະ​ໂຍບາຍ ​ແລະ ໜູນຊ່ວຍ​​ຜູ້​ທຸກ​ຍາກ​ກວດ ​ແລະ ປິ່ນປົວ​ພະຍາດ, ຜົນ​ປະ​ໂຫຍ​ດ​​ເມື່ອ​ເຂົ້າ​ຮ່ວມການ​ປະກັນ​ສຸຂະພາບ… ສ່ວນທ່ານລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ບຸຍກວາງ​ວິ​ງ ​ໄດ້​ຕອບ​ບັນດາ​ຄຳ​ຖາມ​ເຊິ່ງກ່ຽວຂ້ອງ​​ເຖິງ​ບັນຫາ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່, ສະພາບ​ປະຕິບັດ​ມະຕິ​ຂອງ​ລັດຖະບານ​ກ່ຽວ​ກັບ​ການ​ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ຮັບປະກັນ​ຊີວິ​ດສັງຄົມ ​ແລະ ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ການ​ລົງທຶນ​ຕ່າງປະ​ເທດ, ການ​ພັດທະນາ​ຂອງ​ບັນດາ​ພາກສ່ວນ​ເສດ​ຖະກິດ, ປະສິດທິ​ຜົນ​ຂອງ​ການ​ນຳ​ໃຊ້​ແຫຼ່ງທຶນ ODA… ການ​ໂອ້​ລົມ​ສົນທະນາຂອງ​ລັດຖະມົນຕີ​ທັງສອງ​ທ່ານ ​ເພື່ອ​ແນ​ໃສ່​ປະຕິບັດ​ຄຳ​ສັ່ງ​ຊີ້​ນຳ​ຂອງ​ທ່າ​ນນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ທີ່ຮຽກຮ້ອງ​ໃຫ້ການ​ນຳ​ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ ​ເພີ່ມ​ທະວີ​ການ​​ແລກປ່ຽນ​ໂດຍ​ກົງ​ຜ່ານ​ເຄື່ອຂ່າຍ​ອີນ​ເຕີ​ແນ​ດຢູ່ປະຕູ​ຖານຂໍ້​ມູນເອ​ເລກ​ໂຕ​ນິກ​ລັດຖະບານ, ປະກອບສ່ວນກຳນົດ​ທິດຫາງ​ສຽງ, ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ການ​ປະຕິບັດ​ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ ​ແລະ ກົດໝາຍ​ຂອງ​ລັດ.
ຂ່າວ/ບົດ​ອື່ນ