ລັດຖະມົນຕີກະຊວງອຸດສາຫະກຳແລະການຄ້າເຈີ່ນຕວ້ນແອງພົບປະກັບຫົວໜ້າຜູ້ຕາງໜ້າການຄ້າອາເມລິກາ

(VOVWORLD) -ວັນທີ 30 ພຶດສະພາ, ໃນຂອບເຂດການຢ້ຽມຢ້າມຢ່າງເປັນທາງການຂອງ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເຈີ່ນຕວ້ນແອງ  ແລະ ຫົວໜ້າຜູ້ຕາງໜ້າການຄ້າ ອາເມລິກາ Robert Lighthizer ໄດ້ມີການເຮັດວຽກກັບປະທານສະພາການຄ້າ ແລະ ການລົງທຶນ ຫວຽດນາມ-ອາເມລິກາ (ສະພາ TIFA).

ລັດຖະມົນຕີກະຊວງອຸດສາຫະກຳແລະການຄ້າເຈີ່ນຕວ້ນແອງພົບປະກັບຫົວໜ້າຜູ້ຕາງໜ້າການຄ້າອາເມລິກາ  - ảnh 1 ທີ່ການພົບປະລະຫວ່າງ 2 ຝ່າຍ

(ພາບ: moit.gov.vn)

ນະທີ່ນີ້, ຫົວໜ້າຜູ້ຕາງໜ້າການຄ້າ ອາເມລິກາ ຢືນຢັນວ່າ ສະພາການຄ້າ ແລະ ການລົງທຶນ ຫວຽດນາມ-ອາເມລິກາ ແມ່ນກົນໄກເຈລະຈາສຳຄັນເພື່ອແກ້ໄຂບັນດາບັນຫາເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງສອງປະເທດ.

        ທ່ານ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ເຈີ່ນຕວ້ນແອງ ສະເໜີ ຫົວໜ້າຜູ້ຕາງໜ້າການຄ້າ ອາເມລິກາ ສືບຕໍ່ປະກອບສ່ວນ ໃຫ້ການເພີ່ມທະວີການພົວພັນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ລະຫວ່າງສອງປະເທດກວ່າອີກ.

        ດ້ວຍຈິດໃຈການຮ່ວມມື, ເຈລະຈາຢ່າງກົງໄປກົງມາ, ທ່ານ ລັດຖະມົນຕີ ເຈີ່ນຕວ້ນແອງ ແລະ ຫົວໜ້າຜູ້ຕາງໜ້າການຄ້າ ອາເມລິກາ Robert Lighthizer ໄດ້ພ້ອມກັນປຶກສາຫາລືເພື່ອແກ້ໄຂບັນດາອຸປະສັກທາງດ້ານເສດຖະກິດ, ການຄ້າ ລະຫວ່າງສອງປະເທດ. ປະທານຮ່ວມສະພາ TIFA ໄດ້ມີຄວາມເປັນເອກະພາບນຳກັນ ວ່າຈະເພີ່ມທະວີການເຄື່ອນໄຫວຂອງສະພາການຄ້າ ແລະ ການລົງທຶນ ຫວຽດນາມ-ອາເມລິກາ ກວ່າອີກ ເພື່ອແນໃສ່ແກ້ໄຂບັນດາບັນຫາທີ່ເກີດຂຶ້ນ ແລະ ຊຸກຍູ້ການພົວພັນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ລະຫວ່າງສອງປະເທດໃນໄລຍະຈະມາເຖິງກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ