ລັດຖະມົນຕີການ ຕ່າງປະເທດອາເມລິກາ ໄປເຖິງເຂດຕາເວັນ ອອກກາງ ອີກຄັ້ງໜຶ່ງ

ລັດຖະມົນຕີການ ຕ່າງປະເທດອາເມລິກາ ໄປເຖິງເຂດຕາເວັນ ອອກກາງ ອີກຄັ້ງໜຶ່ງ - ảnh 1
(ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry)

(vovworld) - ວັນ​ທີ 07/03, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry ​ໄດ້​ໄປ​ເຖິງ ຈໍ​ແດນ ​ເພື່ອ​ເຈລະຈາ​ກັບ​ພະ​ບາດ​ສົມ​ເດັດ​ພະ​ເຈົ້າ​ມະຫາ​ຊີວິດ Abdullah II ກ່ຽວ​ກັບ​ວິວັດ​ການ​ເຈລະຈາ​ສັນຕິພາບ​ລະຫວ່າງ​ອິດສຣາ​ແອນ ​ແລະ ປາ​ແລດ​ສຕິນ. ຈໍ​ແດນ ​ສວມບົດບາດສຳຄັນ​ທີ່​ມີ​ຕໍ່ການ​ເຈລະຈາ​ສັນຕິພາບ​ເຂດຕາ​ເວັນ​ອອກ​ກາງ ຍ້ອນ​ນີ້​ແມ່ນ​ໜຶ່ງ​ໃນ​ຈຳນວນ 2 ປະ​ເທດ​ລົງ​ນາມ​ສັນຍາ​ສັນຕິພາບ​ກັບ​ອິດສຣາ​ແອນ. ​ເປົ້າ​ໝາຍ​ຂອງ​ທ່ານ John Kerry ​ແມ່ນ​ຊອກ​ຫາ​ວິທີ​ແກ່ຍາວ​ກຳນົດ​ເວລາ​ໃຫ້​ວິວັດທະນາ​ການ​ເຈລະຈາ​ສັນຕິພາບ​ລະຫວ່າງ​ອິດສຣາ​ແອນ - ປາ​ແລດ​ສຕິນ ພາຍຫຼັງ​ວັນ​ທີ 29/04. ວົງ​ການ​ນັກ​ໄຈ້​ແຍກ​ໃຫ້​ຂໍ້​ສັງ​ເກດວ່າ ການ​ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍ​ກັນ​ລະຫວ່າງ​ອິດສຣາ​ແອນ ​ແລະ ປາ​ແລດ​ສຕິນ ​ແມ່ນ​ໜ້າ​ທີ່​ຫຍຸ້ງຍາກ​ສຳລັບ​ທ່ານ John Kerry ​ໃນ​ສະພາບ​ທີ່​ຄວາມ​ເຄັ່ງ​ຕຶງ​ລະຫວ່າງ 2 ປະ​ເທດ ພວມ​ປິນຂັ້ນ​ໃດ ພາຍຫຼັງ​ຄຳ​ຖະ​ແຫຼ​ງຂອງ​ທ່ານ​ນາຍົກລັດຖະມົນຕີອິດສຣາ​ແອນ Benjamin Netanyaho ທີ່​ຮຽກຮ້ອງ​ປະທານາທິບໍດີ​ປາ​ແລດ​ສຕິນ Mahmud Abbas ຮັບ​ຮູ້​ລັດ​ຊາວ​ຢີວ ​ແລະ ປະລະ​ຄວາມ​ຮຽກຮ້ອງ​ໃຫ້​ຊາວອົບພະຍົບຢູ່​ປາ​ແລດ​ສຕິນ ກັບ​ເມືອ ອິດສຣາ​ແອນ.

ຂ່າວ/ບົດ​ອື່ນ