ລັດຖະມົນຕີການຄ້າG20ຊຸກຍູ້ຍຸດທະສາດເຕີບໂຕດ້ານການຄ້າ

 ລັດຖະມົນຕີການຄ້າG20ຊຸກຍູ້ຍຸດທະສາດເຕີບໂຕດ້ານການຄ້າ - ảnh 1
ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຄ້າ G20
ພາບ:EPA/TTXVN
 
(vovworld)- ​ວັນ​ທີ 10/7, ບັນ​ດາ​ລັດ​ຖະ​ມົນ​ຕີ​ການ​ຄ້າ ກຸ່ມ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດພັດ​ທະ​ນາ ແລະ ຫາ​ກໍ​ພົ້ນ​ເດັ່ນ​ຂຶ້ນຂອງ​ໂລກ (G20) ໄດ້​ເຫັນ​ດີ​ຫລຸດ​ຜ່ອນ​ລາຍ​ຈ່າຍ​ດ້​ານ​ການ​ຄ້າ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກ່ຽວ​ກັບ​ນະ​ໂຍ​ບາຍ ແລະ ຊຸກ​ຍູ້​ການ​ເຄື່ອນ​ໄຫວ​ດ້ານ​ການ​ເງິນ, ໃນ​ສ​ະ​ພາບ​ລະ​ບອບ​ອາ​ລັກ​ຂາ​ພື້ນ​ຖານ​ອຸດ​ສາ​ຫະ​ກຳ​ພາຍ​ໃນ​ປະ​ເທດໄດ້​ເພີ່ມຂຶ້ນ “ເປັນ​ຫນ້າວິ​ຕົກ​ກັງ​ວົນ”. ຄຳ​ໝັ້ນ​ສັນ​ຍານີ້​ຖືກ​ຍົກ​ອອກ ພາຍ​ຫລັງ​ ສິ້ນ​ສຸດ ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຄ້າ G20 ​ດຳ​ເນີນ​​ເປັນ​ເວ​ລາ 2 ວັນ ຢູ່ ຊຽງ​ໄຮ່ ປະ​ເທດ​ຈີນ. ຕາມ​ຖະ​ແຫລງ​ການ​ຮ່ວມ, ບັນ​ດາ​ລັດ​ຖະ​ມົນ​ຕີ​ໄດ້​ສັງ​ເກດວ່າ ເສດ​ຖະ​ກິດ​ທົ່ວ​ໂລກ​ສືບ​ຕໍ່​ຟື້ນ​ຕົວ ແຕ່ບໍ່​ສະ​ຫມ່ຳ​ສະ​ເຫມີ ແລະ ຍັງ​ບໍ່​ທັນ​ບັນ​ລຸ​ຄາດ​ໝາຍ​ເຕີບ​ໂຕ​ແບບ​ຍືນ​ຍົງ ແລະ ດຸ່ນ​ດ່ຽງ ກໍ​ຄື​ຍັງ​ຄົງ​ຄ້າງ​ບັນ​ດາ​ຄວາມ​ສ່ຽງ ແລະ ການ​ຜັນ​ແປ. ບັນ​ດາ​ທ່ານ​ລັດ​ຖະ​ມົນ​ຕີ​ໄດ້​ເນັ້ນ​ຫນັກ​ວ່າ ດ້ານ​ການ​ຄ້າ​ຄວນ​ຮັກ​ສາ​ແມ່ນ “ກຳ​ລັງ​ຫນູນ​ສຳ​ຄັນ” ເພື່ອ​ກະ​ຕຸກ​ຊຸກ​ຍູ້​ການ​ເຕີບ​ໂຕ​​ໃນທົ່ວ​ໂລກ. ເພື່ອ​ສະ​ກັດ​ກັ້ນ​ທ່າ​ຊຸດ​ໂຊມ​ຂອງ​ພື້ນ​ຖາ​ນ​ເສດ​ຖະ​ກິດ​ໂລກ, ບັນ​ດາ​ທ່ານ​ລັດ​ຖະ​ມົນ​ຕີ​ກໍ​ເຫັນ​ດີ​ປັບ​ປຸງວຽກ​ງານ​ຄຸ້ມ​ຄອງ​ດ້ານ​ການ​ຄ້າ​ທົ່ວ​ໂລກ ເພື່ອ​ມຸ່ງ​ໄປ​ເຖິງ​ການ​ຜ່ອນ​ຜັນ ແລະ ຫັນ​ການ​ຄ້າ​ເປັນ​ເສ​ລີ. ຄຽງ​ຄູ່​ກັນ​ນັ້ນ ກອງ​ປະ​ຊຸມ​ ​ຍັງໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​​ຈະຫລຸດ​ຜ່ອນ 15% ລາຍ​ຈ່າຍ​ດ້ານ​ການ​ຄ້າ, ແຕ່ບໍ່​ເປີດ​ເຜີຍ​ຈຸດ​ເວ​ລາ​ປະ​ຕິ​ບັດ.

ຕອບກັບ

ຂ່າວ/ບົດ​ອື່ນ