ລັດຖະມົນຕີການຕ່າງ ປະເທດຫວຽດນາມ Pham Binh Minh ຢ້ຽມຢາມ ລຸກຊຳບວກ

ລັດຖະມົນຕີການຕ່າງ ປະເທດຫວຽດນາມ Pham Binh Minh ຢ້ຽມຢາມ ລຸກຊຳບວກ - ảnh 1
ທ່ານລັດຖະມົນຕີການຕ່າງປະເທດ Pham Binh Minh

Vovworld- ​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນຂອງ ທ່ານຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​​ເທດ​ແຫ່ງ​ລາຊະ​ອານາຈັກລຸກ​ຊຳ​ບວກ​​ ທ່ານ Jean Asselbom, ວັນ​ທີ 26/6, ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດຫວຽດນາມ Pham Binh Minh ​ໄດ້​ເດີນທາງຢ້ຽມຢາມລາຊະ​ອານາຈັກ ລຸກ​ຊຳ​ບວກ​ຢ່າງ​ເປັນ​ທາງ​ການ. ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດຫວຽດນາມ Pham Binh Minh ​ໄດ້​ມີ​ການ​ເຈລະຈາ​ ກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​​ເທດລຸກ​ຊຳ​ບວກ​​ Jean Asselbom. ທີ່​ການ​ເຈລະຈາ, ລັດຖະມົນຕີ​ທັງ 2 ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັນ​ຖື​ວ່າ ຄວນ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ປະຊາ​ຄົມ​ວິ​ສາ​ຫະກິດ​ຂອງ 2 ປະ​ເທດ​​ເຊື່ອມ​ຕໍ່​ກັນ​ເປັນ​ຄູ່​ຮ່ວມມື, ລົງທຶນ​ດຳ​ເນີ​ນທຸລະ​ກິດ, ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ວິທະຍາສາດ-​ເຕັກ​ໂນ​ໂລ​ຢີ, ສິ່ງ​ແວດ​ລ້ອມ ​ແລະ ພັດທະນາ​ແບບ​ຍືນ​ຍົງ, ສາທາລະນະ​ສຸກ, ວັດ​ສະດຸ, ຖະ​ແຫຼ​ງຂ່າວ​ສື່ສານ, ​ເພີ່ມ​ທະວີ​ການ​ພົວພັນແລກປ່ຽນ​ດ້ານ ວັດທະນະທຳ. 2 ຝ່າຍ​ຕີ​ລາຄາ​ສູງ​ໝາກຜົນ​ແຫ່ງ​ການ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ຮ່ວມ​ມື​ພັດທະນາ​ໃນ​ໄລຍະ​ທີ່​ຜ່ານ​ມາ ​ແລະ ເປັນ​ເອກະສັນ​ກັນຈະ​ສືບ​ຕໍ່​ຊຸກຍູ້​ການ​ປະຕິບັດ​ບັນດາ​ໂຄງການ​ໃນ​ຂອບ​ເຂດ​ແຜນ​ງານ​ຮ່ວມ​ມື​ກຳນົດ​ທິດ ຫວຽດນາມ-ລຸກ​ຊຳ​ບວກ​ ໄລຍະ 2011 – 2015 ​ໃຫ້​ເປັນຢ່າງ​ດີ, ສຸມ​ໃສ່​ບັນດາ​ຂົງ​ເຂດ​ຮັບ​ບຸລິ​ມາສິດຄື : ສາທາລະນະ​ສຸກ, ການ​ສຶກສາ-ບຳລຸງ​ສ້າງ​ວິຊາ​ຊີບ, ພັດທະນາ​ຊົນນະບົດ​ຢູ່​ບັນດາ​ທ້ອງ​ຖິ່ນ​ທີ່​ມີ​ເງື່ອນ​ໄຂ​ເສດຖະກິດ-ສັງຄົມ​ປະສົມ​ກັບ​ຄວາມຫຍຸ້ງຍາກ./.

ຂ່າວ/ບົດ​ອື່ນ