ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ກຸ່ມ BRICS ຕັດ​ສິນ​ໃຈ​ຊຸກ​ຍູ້ ແລະ ປະ​ຕິ​ຮູບ​ລະ​ບົບຫຼາຍ​ຝ່າຍ

(VOVWORLD) -ບັນດາລັດຖະມົນຕີການຕ່າງປະເທດຂອງ ບຣາຊິນ, ລັດເຊຍ, ອິນເດຍ, ຈີນ ແລະ ອາຟະລິກາໃຕ້ ໄດ້ເນັ້ນໜັກວ່າ ໃນສະພາບການໂລກລະບາດໂຄວິດ - 19 ພວມມີການຜັນແປຢ່າງສັບສົນຄືໃນປັດຈຸບັນ, ລັດທິຫຼາຍຝ່າຍ ແມ່ນເຄື່ອງມືທີ່ຈຳເປັນເພື່ອຮັບປະກັນແກ້ໄຂບັນດາບັນຫາໃນການດຳລົງຊີວິດ, ຮັບປະກັນສຸຂະພາບ, ຊີວິດອິນຊີຂອງມະນຸດ ແລະ ເພື່ອອະນາຄົດທີ່ຍືນຍົງຂອງໂລກ.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ກຸ່ມ BRICS ຕັດ​ສິນ​ໃຈ​ຊຸກ​ຍູ້ ແລະ ປະ​ຕິ​ຮູບ​ລະ​ບົບຫຼາຍ​ຝ່າຍ - ảnh 1ກອງປະຊມ ຖຶກຈັດຂຶ້ນທາງອອນລາຍ ໃນວັນທີ 1/6 (ພາບ:ANI)

    ກອງປະຊຸມລັດຖະມົນຕີການຕ່າງປະເທດ ກຸ່ມບັນດາພື້ນຖານເສດຖະກິດຫາກໍພົ້ນເດັ່ນ (BRICS) ລວມມີ ບຣາຊິນ, ລັດເຊຍ, ອິນເດຍ, ຈີນ ແລະ ອາຟະລິກາໃຕ້ ຖຶກດຳເນີນຕາມຮູບການທາງອອນລາຍໃນວັນທີ 01 ມິຖຸນາ. ນີ້ແມ່ນເຫດການສຳຄັນໃນປີ ອິນເດຍ ເປັນປະທານຂອງກຸ່ມ, ພ້ອມທັງຖືກດໍາເນີນກົງກັບໂອກາດສະເຫຼີມສະຫຼອງວັນສ້າງຕັ້ງເວທີປາໄສດັ່ງກ່າວ ຄົບຮອບ 15 ປີ.

        ກ່າວຄຳເຫັນທີ່ກອງປະຊຸມ, ບັນດາລັດຖະມົນຕີການຕ່າງປະເທດຂອງ ບຣາຊິນ, ລັດເຊຍ, ອິນເດຍ, ຈີນ ແລະ ອາຟະລິກາໃຕ້ ໄດ້ເນັ້ນໜັກວ່າ ໃນສະພາບການໂລກລະບາດໂຄວິດ - 19 ພວມມີການຜັນແປຢ່າງສັບສົນຄືໃນປັດຈຸບັນ, ລັດທິຫຼາຍຝ່າຍ ແມ່ນເຄື່ອງມືທີ່ຈຳເປັນເພື່ອຮັບປະກັນແກ້ໄຂບັນດາບັນຫາໃນການດຳລົງຊີວິດ, ຮັບປະກັນສຸຂະພາບ, ຊີວິດອິນຊີຂອງມະນຸດ ແລະ ເພື່ອອະນາຄົດທີ່ຍືນຍົງຂອງໂລກ. ບັນດາສິ່ງທ້າທາຍສາກົນທີ່ມີການຮ່ວມສຳພັນຫຼາຍຝ່າຍຄືໃນປັດຈຸບັນ ຕ້ອງແກ້ໄຂດ້ວຍລະບົບຫຼາຍຝ່າຍທີ່ໄດ້ຮັບການປະຕິຮູບ ແລະ ປ່ຽນແປງໃໝ່”.

        ທີ່ກອງປະຊຸມ, ບັນດາສະມາຊິກ BRICS ກໍສະໜັບສະໜູນການຍົກເວັ້ນຊົ່ວຄາວໃນທົ່ວໂລກ ສຳລັບການອາລັກຂາໃບຢັ້ງຢືນປະດິດແຕ່ງວັກຊິນກັນພະຍາດໂຄວິດ - 19; ພ້ອມທັງຢັ້ງຢືນເຖິງຄວາມຈຳເປັນຕ້ອງການແບ່ງປັນວັກຊິນ, ຖ່າຍທອດເຕັກໂນໂລຢີ, ພັດທະນາກຳລັງຄວາມສາມາດຜະລິດໃຫ້ແກ່ບັນດາປະເທດ ແລະ ລະບົບສະໜອງບັນດາຜະລິດຕະພັນການແພດ.

ຟານຕຸງ - ນັກຂ່າວ VO ປະຈຳ ອິນເດຍ

ຕອບກັບ

ຂ່າວ/ບົດ​ອື່ນ