ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຈີນ ຫວາງ​ອີ ຮຽກ​ຮ້ອງ​ໃຫ້​ນຳ​ສາຍ​ພົວ​ພັນ​ລະ​ຫວ່າງ ອາ​ເມ​ລິ​ກາ - ຈີນ ກັບ​ຄືນ​​ສູ່​ກ້າວ​ເດີນ​ຢ່າງ​ຖືກ​ທິດ

(VOVWORLD) -ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຈີນ ຫວາງອີ ໄດ້ມີການພົບປະກັບຜູ້ຕາງໜ້າຂອງ ຄະນະກຳມະການແຫ່ງຊາດກ່ຽວກັບການພົວພັນລະຫວ່າງ ອາເມລິກາ - ຈີນ, ສະພາດຳເນີນທຸລະກິດ ອາເມລິກາ - ຈີນ ແລະ ຫ້ອງການການຄ້າ ອາເມລິກາ ປະຈຳ ນິວຢອກ, ຢູ່ນອກກອງປະຊຸມສະມັດຊາໃຫຍ່ ສປຊ, ວັນທີ 20 ກັນຍາ.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຈີນ ຫວາງ​ອີ ຮຽກ​ຮ້ອງ​ໃຫ້​ນຳ​ສາຍ​ພົວ​ພັນ​ລະ​ຫວ່າງ ອາ​ເມ​ລິ​ກາ - ຈີນ ກັບ​ຄືນ​​ສູ່​ກ້າວ​ເດີນ​ຢ່າງ​ຖືກ​ທິດ - ảnh 1ທ່ານ ຫວາງອີ ພົບປະກັບທ່ານອະດີດ ລັດຖະມົນຕີການຕ່າງປະເທດ ອາເມລິກາ Henry Kissinger (ພາບ:ກະຊວງການຕ່າງປະເທດ ຈີນ)

ກ່າວຄຳເຫັນທີ່ການພົບປະ, ທ່ານ ຫວາງອີ ໃຫ້ຂໍ້ສັງເກດວ່າ ການພົວພັນ ອາເມລິກາ - ຈີນ ປັດຈຸບັນ ແມ່ນຢູ່ໃນລະດັບຕ່ຳສຸດ ນັບແຕ່ເມື່ອສ້າງຕັ້ງສາຍພົວພັນທາງການທູດມານີ້, ພ້ອມທັງຮຽກຮ້ອງໃຫ້ ອາເມລິກາ ປະຕິບັດນະໂຍບາຍ ຈີນ ຄືນໃໝ່ໃຫ້ເໝາະສົມ ແລະ ແທດຈິງ. ທ່ານກໍຖືວ່າ ສອງຝ່າຍຕ້ອງດຳເນີນການເຈລະຈາ ແທນທີ່ຈະສູ້ຢັນກັນ, ໄກເກ່ຍ ແທນທີ່ຈະ ບັງຄັບ, ໂດຍອີງໃສ່ 3 ຫຼັກການ ເຄົາລົບເຊິ່ງກັນແລະກັນ, ພ້ອມກັນຄົງຕົວບົນພື້ນຖານສັນຕິພາບ ແລະ ຮ່ວມມືກັນພ້ອມກັນຊະນະ. ໃນວັນດຽວກັນ, ທ່ານ ຫວາງອີ ກໍໄດ້ ມີການພົບປະກັບທ່ານອະດີດ ລັດຖະມົນຕີການຕ່າງປະເທດ ອາເມລິກາ Henry Kissinger ແລະ ສະແດງຄວາມຫວັງວ່າ ທ່ານ Henry Kissinger ຈະສືບຕໍ່ສວມບົດບາດສຳຄັນຊ່ວຍໃຫ້ສາຍພົວພັນສອງຝ່າຍໃຫ້ກັບຄືນສູ່ກ້າວເດີນຢ່າງຖືກທິດ.  

ຕອບກັບ

ຂ່າວ/ບົດ​ອື່ນ