ລັດຖະມົນຕີການຕ່າງປະເທດ ຈີນ ໄປຢ້ຽມຢາມ ອາເມລິກາ, ຮຽກຮ້ອງການເຈລະຈາຮອບດ້ານເພື່ອຮັກສາການພົວພັນໃຫ້ມີສະຖຽນລະພາບ

(VOVWORLD) - ອາເມລິກາ ແລະ ຈີນ ເກີດບັນດາຄວາມບໍ່ລົງລອຍກັນ ແຕ່ກໍ່ແບ່ງປັນຜົນປະໂຫຍດລວມ ແລະ 2 ປະເທດຕ້ອງດຳເນີນການໂອ້ລົມສົນທະນາຢ່າງຮອບດ້ານ ເພື່ອຫຼຸດຜ່ອນຄວາມເຂົ້າໃຈຜິດ
ລັດຖະມົນຕີການຕ່າງປະເທດ ຈີນ ໄປຢ້ຽມຢາມ ອາເມລິກາ, ຮຽກຮ້ອງການເຈລະຈາຮອບດ້ານເພື່ອຮັກສາການພົວພັນໃຫ້ມີສະຖຽນລະພາບ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ
(ພາບ: AFP/TTXVN)

        ວັນທີ 26 ຕຸລາ, ກ່າວຄຳເຫັນກ່ອນການເດີນທາງໄປຢ້ຽມຢາມ ອາເມລິກາ, ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ, ໃຫ້ຮູ້ວ່າ ອາເມລິກາ ແລະ ຈີນ ເກີດບັນດາຄວາມບໍ່ລົງລອຍກັນ ແຕ່ກໍ່ແບ່ງປັນຜົນປະໂຫຍດລວມ ແລະ 2 ປະເທດຕ້ອງດຳເນີນການໂອ້ລົມສົນທະນາຢ່າງຮອບດ້ານ ເພື່ອຫຼຸດຜ່ອນຄວາມເຂົ້າໃຈຜິດ ແລະ ຮັກສາການພົວພັນ 2 ຝ່າຍໃຫ້ມີສະຖຽນລະພາບ. ທ່ານກໍ່ຫວັງວ່າ, ບັນດາການປຶກສາຫາລືກັບທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ໃນວັນທີ 27 ຕຸລາ ນີ້ບັນລຸໄດ້ລັກສະນະສ້າງສັນ ແລະ ມຸ່ງໄປເຖິງອະນາຄົດ.

        ໃນຂະນະນັ້ນ, ໂຄສົກທຳນຽບຂາວ ທ່ານ John Kirby, ໃຫ້ຮູ້ວ່າ ອາເມລິກາ ຈະມີກາລະໂອກາດປຶກສາຫາລືກັບທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ກ່ຽວກັບບັນດາຄວາມວິຕົກກັງວົນ, ກໍ່ຄືຄວາມມານະພະຍາຍາມຟື້ນຟູການຕິດຕໍ່ດ້ານການທະຫານລະຫວ່າງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ