ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຍີ່​ປຸ່ນ ຢ້ຽມ​ຢາມ ຢູ​ແກຼນ, ໃຫ້​ຄຳ​ໝັ້ນ​ສັນ​ຍາ​ໜູນ​ຊ່ວຍເງິນ​ຈຳ​ນວນ 37 ລ້ານ USD

(VOVWORLD) - ຍີ່ປຸ່ນ ໃຫ້ຄຳໝັ້ນສັນຍາປະກອບເງິນຈຳນວນ 37 ລ້ານ USD ເຂົ້າໃນກອງທຶນຂອງອົງການສົນທິສັນຍາອັດລັງຕິກເໜືອ (NATO) ເພື່ອໜູນຊ່ວຍດ້ານປ້ອງກັນຊາດໃຫ້ແກ່ ຢູແກຼນ.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຍີ່​ປຸ່ນ ຢ້ຽມ​ຢາມ ຢູ​ແກຼນ, ໃຫ້​ຄຳ​ໝັ້ນ​ສັນ​ຍາ​ໜູນ​ຊ່ວຍເງິນ​ຈຳ​ນວນ 37 ລ້ານ USD - ảnh 1ທ່ານນາງລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Yoko Kamikawa ແລະ ຄູ່ຕຳແໜ່ງ ຢູແກຼນ Dmytro Kuleba ໃນການຖະແຫຼງຂ່າວຮ່ວມ (ພາບ: Kyodo News)

ວັນທີ 7 ມັງກອນ, ທ່ານນາງລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Yoko Kamikawa ໄດ້ໄປຢ້ຽມຢາມ ຢູແກຼນ ແລະ ແຈ້ງໃຫ້ຊາບວ່າ ຍີ່ປຸ່ນ ໃຫ້ຄຳໝັ້ນສັນຍາປະກອບເງິນຈຳນວນ 37 ລ້ານ USD ເຂົ້າໃນກອງທຶນຂອງອົງການສົນທິສັນຍາອັດລັງຕິກເໜືອ (NATO) ເພື່ອໜູນຊ່ວຍດ້ານປ້ອງກັນຊາດໃຫ້ແກ່ ຢູແກຼນ.

ນີ້ແມ່ນການຢ້ຽມຢາມ ຢູແກຼນ ຄັ້ງທຳອິດຂອງທ່ານນາງ Yoko Kamikawa ນັບແຕ່ເມື່ອຮັບດຳລົງຕຳແໜ່ງໃນເດືອນ ກັນຍາ 2023. ກ່າວຄຳເຫັນທີ່ການຖະແຫຼງຂ່າວຮ່ວມ ພາຍຫຼັງການພົບປະກັບຄູ່ຕຳແໜ່ງ ຢູແກຼນ, ທ່ານ Dmytro Kuleba, ທ່ານນາງລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ ໃຫ້ຮູ້ວ່າ ປະເທດນີ້ ຈະມອບລະບົບແຈ້ງການກວດພົບເຮືອບິນບໍ່ມີຄົນຂັບ ແລະ ບັນດາເຄື່ອງໜູນຊ່ວຍອື່ນໆ ຜ່ານກອງທຶນໃໝ່ນີ້. ໂຕກຽວ ກໍຈະສະໜອງເຄື່ອງປັ່ນໄຟຟ້າເຄື່ອນທີ່ 5 ເຄື່ອງ ໃຫ້ແກ່ ກີແອບ ເພື່ອຊ່ວຍສ້າງຄວາມອຸ່ນໃຫ້ແກ່ປະຊາຊົນປະເທດນີ້ໃນລະດູໜາວຈັດ.


ຕອບກັບ

ຂ່າວ/ບົດ​ອື່ນ