ລັດຖະມົນຕີການຕ່າງປະເທດ ລັດເຊຍ Sergey Lavrov ຢ້ຽມຢາມປະເທດເກາະ Fiji
( ພາບຈາກອີນເຕີແນດ )
( vov world ) ວັນທີ 1 ກຸມພາ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergey Lavrov ທີ່ພວມຢ້ຽມຢາມ Fiji ໄດ້ຖະແຫຼງວ່າ “ ມະຫາສະມຸດປາຊີຟິກ ວັນນີ້ແມ່ນເຂດພາກພື້ນຮັບບຸລິມະສິດໃນນະໂຍບາຍການຕ່າງປະເທດຂອງ ສະຫະພັນ ລັດເຊຍ ”. ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Lavrov ໄດ້ເດີນທາງໄປຮອດ Fiji ໃນຕອນເຊົ້າວັນທີ 1 ກຸມພາ ໃນການຢ້ຽມຢາມຂັ້ນສູງເຖິງປະເທດເກາະນີ້ເປັນຄັ້ງທຳອິດ. ຄຳຖະແຫຼງດັ່ງກ່າວຖືກຍົກອອກມາໃນການປະຊຸມຂ່າວຮ່ວມກັບຄູ່ຮ່ວມຕໍ່າແໜ່ງ Fiji ທ່ານ Ratu Inoke Kubuabola. ຕອບຄຳຖາມກ່ຽວກັບນະໂຍບາຍໃໝ່ຂອງ ອາເມລິກາ ມຸ່ງໄປເຖິງພາກພື້ນ ອາຊີ - ປາຊີຟິກ, ທ່ານລົດຖະມົນຕີການຕ່າງປະເທດ Lavrov ໃຫ້ຮູ້ວ່າ ພາກພື້ນນີ້ພວມກາຍເປັນກຳລັງແຮງຂອງພື້ນຖານເສດຖະກິດໂລກ ແລະ ລັດເຊຍ ພວມມານະພະຍາຍາມຊອກຫາບັນດາຄູ່ຮ່ວມມືໃນພາກພື້ນ ແລະ ການຮ່ວມມືທີ່ຕາງຝ່າຍຕາງມີຜົນປະໂຫຍດ.