ລັດຖະມົນຕີການຕ່າງປະເທດ ລັດເຊຍ, ອາເມລິກາ ໂອ້ລົມທາງໂທລະສັບກ່ຽວກັບການພົວພັນ 2 ຝ່າຍ

(VOVWORLD) - ວັນທີ 03 ສິງຫາ, ກະຊວງການຕ່າງປະເທດ ລັດເຊຍ ປະກາດວ່າ ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ແລະ ຄູ່ຕຳແໜ່ງ ອາເມລິກາ Rex Tillerson ຈະປຶກສາຫາລືກ່ຽວກັບສະພາບການພົວພັນລະຫວ່າງ ມົດສະກູ ແລະ ວໍຊິງຕັນ ໃນປະຈຸບັນ
ລັດຖະມົນຕີການຕ່າງປະເທດ ລັດເຊຍ, ອາເມລິກາ ໂອ້ລົມທາງໂທລະສັບກ່ຽວກັບການພົວພັນ 2 ຝ່າຍ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ແລະ ຄູ່ຕຳແໜ່ງ ອາເມລິກາ Rex Tillerson  (ພາບ: AFP/TTXVN)

ທີ່ການພົບປະເຊິ່ງຈະດຳເນີນຢູ່ນະຄອນຫລວງ ມານີລາ ແຫ່ງປະເທດ ຟີລິບປີນ ໃນທ້າຍອາທິດນີ້. ລັດຖະມົນຕີການຕ່າງປະເທດ ລັດເຊຍ ແລະ ອາເມລິກາ ໄດ້ມີການໂອ້ລົມທາງໂທລະສັບ ໃນສະພາວະທີ່ທ່ານປະທານາທິບໍດີ ອາເມລິກາ Donald Trump ກ່າວເຕືອນວ່າ ການພົວພັນ 2 ຝ່າຍພວມຕົກຢູ່ໃນລະດັບຕ່ຳສຸດທີ່ບໍ່ເຄີຍມີມາກ່ອນ ແລະ “ອັນຕະລາຍທີ່ສຸດ”. ມົດສະກູ ໃຫ້ຮູ້ວ່າ: ການໂອ້ລົມທາງໂທລະສັບດັ່ງກ່າວ ຖືກດຳເນີນໄປຕາມຂໍ້ລິເລີ່ມຂອງ ອາເມລິກາ. ນອກນັ້ນ, ໃນການໂອ້ລົມທາງໂທລະສັບນີ້ ລັດຖະມົນຕີການຕ່າງປະເທດ 2 ທ່ານ ກໍ່ປຶກສາຫາລືກ່ຽວກັບວິທີການຂອງສະພາຄວາມໝັ້ນຄົງສະຫະປະຊາຊາດແມ່ນຄວນມີປະຕິກິລິຍາສຳລັບເຫດຍິງລູກສອນໄຟຄັ້ງຫລ້າສຸດຂອງ ສປປ.ເກົາຫຼີ ເມື່ອວັນທີ 28 ກໍລະກົດ ແລະ ເຫັນດີເປັນເອກະພາບ ຈະປຶກສາຫາລືບັນຫານີ້ຢ່າງລະອຽດ ຢູ່ ມານີລາ.

ຕອບກັບ

ຂ່າວ/ບົດ​ອື່ນ