ລັດຖະມົນຕີການຕ່າງປະເທດ ລັດເຊຍ ແລະ ຕວກກີ ປຶກສາຫາລືກ່ຽວກັບສະພາບການ ຊີຣີ

(VOVWORLD) - ວັນທີ 17 ມັງກອນ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ແລະ ຄູ່ຕຳແໜ່ງ ຕວກກີ Mevlut Cavusoglu ມີການໂອ້ລົມທາງໂທລະສັບປຶກສາຫາລືກ່ຽວກັບການປະທະກັນຢູ່ ຊີຣີ.
ລັດຖະມົນຕີການຕ່າງປະເທດ ລັດເຊຍ ແລະ ຕວກກີ ປຶກສາຫາລືກ່ຽວກັບສະພາບການ ຊີຣີ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov (ພາບ: AFP/TTXVN)

ໂດຍລະອຽດແມ່ນ ລັດຖະມົນຕີການຕ່າງປະເທດ 2 ທ່ານໄດ້ປຶກສາຫາລືວຽກງານກະກຽມໃຫ້ກອງປະຊຸມໃຫຍ່ເຈລະຈາກ່ຽວກັບຊົນຊາດ ຊີຣີ, ເຫດການທີ່ໄດ້ຮັບຖືວ່າ: ແມ່ນບາດລ້ຽວສຳຄັນ ມຸ່ງໄປເຖິງເລື່ອງບັນລຸໄດ້ມາດຕະການດ້ານການເມືອງໃຫ້ບັນຫາ ຊີຣີ. 2 ຝ່າຍກໍ່ປຶກສາຫາລືກ່ຽວກັບການປະຕິບັດຄຳສັ່ງຢຸດຍິງຢູ່ບັນດາເຂດຫລຸດຜ່ອນຄວາມເຄັ່ງຕຶງປີນຂັ້ນໄດຢູ່ປະເທດຕາເວັນອອກກາງນີ້.

        ກ່ອນໜ້ານັ້ນ, ວັນທີ 14 ມັງກອນ, ສຳພັນທະມິດໂດຍອາເມລິກາ ນຳໜ້າຕ້ານອົງການ “ລັດອິດສະລາມ” (IS) ຢູ່ ຊີຣີ ໄດ້ຖະແຫຼງວ່າ ການຮ່ວມມືກັບບັນດາສຳພັນທະມິດການທະຫານ ຊີຣີ, ເປັນຕົ້ນແມ່ນບັນດາກຳລັງປະຊາທິປະໄຕ ຊີຣີ (SDF) ໂດຍຊາວ Kurd ນຳໜ້າ, ເພື່ອສ້າງກຳລັງປ້ອງກັນຄວາມສະຫງົບທີ່ເຄື່ອນໄຫວຢູ່ລຽບຕາມຊາຍແດນທີ່ຕິດກັບ ຕວກກີ ແລະ ອີຣັກ ກໍ່ຄືພາຍໃນ ຊີຣີ.

ຕອບກັບ

ຂ່າວ/ບົດ​ອື່ນ