ລັດຖະມົນຕີການຕ່າງປະເທດ ອັງກິດ: ເຂົ້າຮ່ວມ CPTPP ແມ່ນບຸລິມະສິດຂອງ ອັງກິດ

(VOVWORLD) - ວັນທີ 11 ກຸມພາ, ທ່ານລັດຖະມົນຕີການຕ່າງປະເທດ ອັງກິດ Dominic Raad ຢັ້ງຢືນວ່າ ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ປັດຈຸບັນພວມແມ່ນບັນຫາບຸລິມະສິດຂອງ ລອນດອນ. 

ໃນຖະແຫຼງການສະບັບໜຶ່ງຈາກປະເທດ ມາເລເຊຍ, ທ່ານລັດຖະມົນຕີການຕ່າງປະເທດ Raad ຊີ້ແຈ້ງວ່າ: ອັງກິດ ຢາກກາຍເປັນ “ຄູ່ຮ່ວມມືຍິ່ງຢູ່ໃກ້ກັບ ມາເລເຊຍ ກໍ່ຍິ່ງເປັນການດີ” ໃນສະພາບການຂອງ ລອນດອນ ພວມຊອກຫາວິທີສຳຜັດກັບ CPTPP ແລະ ສັນຍາສະບັບນີ້ ແນ່ນອນວ່າແມ່ນບຸລິມະສິດຂອງ ອັງກິດ ຢູ່ພາກພື້ນ ອາຊີ - ປາຊີຟິກ.

ລັດຖະມົນຕີການຕ່າງປະເທດ ອັງກິດ: ເຂົ້າຮ່ວມ CPTPP ແມ່ນບຸລິມະສິດຂອງ ອັງກິດ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ອັງກິດ Dominic Raad (ພາບ: AFP/TTXVN)

        ພາຍຫລັງເຫດການ Brexit (ອັງກິດ ຖອນຕົວອອກຈາກ ອີຢູ), ອັງກິດ ຢາກເຊັນຂໍ້ຕົກລົງການຄ້າ 2 ຝ່າຍກັບບັນດາປະເທດໂດຍໄວ ລວມມີ: ອົດສະຕາລີ, ຍີ່ປຸ່ນ, ນິວຊີແລນ ແລະ ອາເມລິກາ. ນອກນັ້ນ, ລອນດອນ ກໍ່ສະແດງຄວາມຫວັງຢາກເຂົ້າຮ່ວມ CPTPP, ເຊິ່ງແມ່ນສັນຍາທີ່ກວມເອົາກ່ວາ 13% ຍອດຜະລິດຕະພັນ (GDP) ທົ່ວໂລກ. ຍ້ອນເຫດນັ້ນ, ອັງກິດ ພວມຊອກຫາການຮ່ວມສຳພັນກັບ ມາເລເຊຍ ຢ່າງແໜ້ນແຟ້ນກ່ວາ ໃນສະພາບທີ່ປະເທດນີ້ ພວມຊັ່ງຊາເລື່ອງໃຫ້ສັດຕະຍາບັນສັນຍາ CPTPP.

ຕອບກັບ

ຂ່າວ/ບົດ​ອື່ນ